ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-14 14:23:07    
ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ໃຈ​ກາງ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 13 ມັງກອນ​ນີ້, ທ່ານ​ມາ​ຮ​ເມີດ ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນປະ​ກາດ​ວ່າ, ວັນ​ທີ 14 ມັງກອນ​ນີ້, ປາ​ເລັສຕິນກັບ​ອິສຣາ​ແອນ​ຈະ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ທີ່​ເປັນ​ໃຈ​ກາງ​ຂອງສັນຕິພາບຕາ​ເວັນ​ອອກ​ກາງ​. ນີ້​ຈະ​ແມ່ນ​​ປາ​ເລັສກັບ​ອິສຣາ​ແອນ​ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ທີ່​ເປັນ​ໃຈ​ກາງ​ເປັນ​ເທື່ອ​ທຳ​ອິດ​ພາຍຫຼັງ​ໄດ້​ຟື້ນ​ຟູ​ການ​ເຈລະຈາ​ໃນ​ຕົ້ນ​ເດືອນ​ທັນວາ​ປີ​ກາຍ​ນີ້.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ສູນ​ກາງ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນທີ່​ຈັດ​ຂຶ້ນ​ຢູ່ລາມາລາ​ຮ ນະຄອນທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ອັບ​ບັສກ່າວ​ວ່າ, ການ​ເຈລະຈາ 3 ດ້ານ​ຈະ​ດຳ​ເນີນ​​ໄປ​ພ້ອມ​ກັນ, ​ເຊິ່ງມີ ບັນຫາ​ຖານະ​ສຸດ​ທ້າຍຂອງ​ປາ​ເລັສຕິນ, ການຈັດ​ຕັ້ງ​ປະຕິບັດ​​ໄລຍະ​ທີ​ໜຶ່ງຕາມແຜນການ​​ສັນຕິພາບ​ຂອງ​ປາ​ເລັສຕິນກັບ​ອິສຣາ​ແອນ, ​ແລະ​ເສດຖະກິດ​ກັບ​ຄວາມ​ປອດ​ໄພ. ທ່ານ​ອັບ​ບັສຍັງ​ກ່າວ​ຢ້ຳວ່າ, ປາ​ເລັສຕິນ​ເດັດດ່ຽວປະຕິ​ເສດບໍ່​ຮັບ​ເອົາ​ແຜນການ​ສ້າງ​ປະ​ເທດ​​ແບບ​ມີຊາຍ​ແດນ​ຊົ່ວຄາວ.

ວັນ​ທີ 13 ມັງກອນ​ນີ້, ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເຮີ​ສ​ເລຍ​ຂອງ​ປ​າ​ເລັສຕິນ, ທ່ານ​ໄຊ​ມອນ ​ເຟ​ເຣັສ ປະ​ທາ​ນາ​ທິບໍດີ​ອິສຣາ​ແອນກ່າວ​ວ່າ, ​ເວລາ​ປີ​ໜຶ່ງ​ສັ້ນຫຼາຍ, ສອງ​ຝ່າຍ​ປາ​ເລັສຕິນກັບ​ອິສຣາ​ແອນ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ເຈລະຈາ​ຢ່າງແທ້​ຈິງ, ການ​ເຈລະຈາ​ສັນຕິພາບ​ບໍ່​ຄວນ​ຢຸດສະ​ງັກ.