ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-14 15:33:12    
ກິດ​ຈະ​ກຳ "ການ​ແລກ​ປ່ຽນ​ມິດ​ຕະ​ພາບ​ຊາວ​ໜຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂ​ອງ​" ຄັ້ງ​ທີ 5 ຈັດ​ຂຶ້ນ

cri Author: m
ຕາມ​ຂ່າວສານ​ຈີນ: ວັນ​ທີ 13 ມັງກອນ​ນີ້, ກິດຈະກຳ "ການ​ແລກປ່ຽນ​ມິດຕະພາບຊາວ​ໜູ່ມ​ແມ່​ນ້ຳ​ລ້ານ​ຊ້າງ​ກັບ​ແມ່​ນ້ຳຂອງ​" ຄັ້ງ​ທີ 5 ​ໄດ້ຈັດ​ຂຶ້ນຢູ່​ນະຄອນ​ຄຸນ​ມິງ ​ແຂວງ​ຢຸນນານ​ຈີນ.

ໂດຍຕອບ​ສະໜອງ​ຄຳ​ເຊີນ​ຂອງ​ສະຫະພັນ​ຊາວ​ໜູ່ມຂອງ​ຈີນ, ຜູ້​ຕາງໜ້າ​ຊາວ​ໜູ່ມ 50 ກວ່າ​ຄົນ​ທີ່​ມາ​ຈາກ​ມຽນມາ, ​ໄທ, ກຳປູ​ເຈຍ, ລາວ​ແລະ​ຫວຽດນາມ​ຂອງ​ເຂດ​​ອະນຸພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ມາ​ເຂົ້າ​ຮ່ວມ​ກິດຈະກຳຢູ່​ຈີນ. ຄະນະ​ຜູ້​ແທນ​ຂອງ​​ປະ​ເທດ​ຕ່າງໆຈະ​ດຳ​ເນີນ​ການ​ຢ້ຽມຢາມ​ຢູ່​ຄຸນ​ມິ​ງ​​ເປັນ​ເວລາ 4 ມື້. ​ໃນ​ໄລຍະ​ນີ້, ຄະນະ​ຜູ້​ແທນ​ຈະ​ໄປຢ້ຽມຢາມບ້ານ​ຊົນ​ເຜົ່າ, ມະຫາ​ວິທະຍາ​ໄລ, ດຳ​ເນີນ​ກິດຈະກຳ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ກິນນອນ​ກັບ​ປະຊາຊົນ​ທ້ອງ​ຖິ່ນ, ​​ແລະ​ດຳ​ເນີນ​ການ​ສົນ​ທະນາ, ​ແລກປ່ຽນ​ແລະຫຼີ້ນນຳ​ນັກ​ສຶກສາ​ແລະ​ຊາວ​ໜູ່ມຂອງ​ນະຄອນ​ຄຸນ​ມິ​ງ. ​ເມື່ອ​ກິດ​ຈະ​ກຳ​ຢູ່​ຈີນ​ສິ້ນ​ສຸດ​ລົງ​ແລ້ວ, ຄະນະ​ຜູ້​ແທນ​ຈະ​ສືບ​ຕໍ່​ໄປ​ຢ້ຽມຢາມ​ມຽນມາ, ​ໄທ, ກຳປູ​ເຈຍ, ລາວ​ແລະ​ຫວຽດນາມ.