ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-14 18:38:10    
ຈັກ​ປັ່ນ​ກະ​ແສ​ໄຟຟ້າ 26 ​ເຄື່ອງ​ຂອງ​​ເຂື່ອນ​ຊ່ານ​ເຊຍ​​ຈີນ​ຈະ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ໝົດ​ໃນ​ປີ​ນີ້

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ບໍລິສັດ​ພັດທະນາ​ໂຄງການ​ເຂື່ອນ​ຊ່ານ​ເຊຍ​ແມ່​ນ້ຳ​ຢາງ​ຊີ​ກຽງ​ຂອງ​ຈີນ​ໄດ້​ເປີດ​ເຜີຍ​ວ່າ, ຈັກ​ປັ່ນ​ກະ​ແສໄຟຟ້າ 26 ​ເຄື່ອງຂອງ​ໂຄງການ​ເຂື່ອນ​ຊ່ານ​ເຊຍ ​ເຊິ່ງ​ແຕ່​ລະ​ເຄື່ອງມີ​ກຳລັງ​ຜະລິດ​ໄຟຟ້າ​ເຖິງ 7 ​ແສນ​ກິ​ໂລ​ວັດນັ້ນ ຈະ​ສຳ​ເລັດ​ການ​ຕິດ​ຕັ້ງ​ທັງ​ໝົດ​ແລະ​ເລີ່​ມຜະລິດ​ໄຟຟ້າ ໃນ​ທ້າຍ​ປີ​ນີ້, ​ເຊິ່ງ​ຈະ​ໄດ້​ສຳ​ເລັດ​ກ່ອນ​ເວລາ​ກຳ​ນົດ 1 ປີ.

ນັບ​ແຕ່​ຈັກປັ່ນ​ກະ​ແສ​ໄຟຟ້າ​ເຄື່ອງ​ທຳ​ອິດ​ເລີ່​ມຜະລິດ​ໄຟຟ້າ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 2003 ​ເປັນ​ຕົ້ນມາ, ເຂື່ອນ​ຊ່ານ​ເຊຍ​ມີ​ຈັກ​ປັ່ນ​ກະ​ແສ​ໄຟຟ້າ 21 ​ເຄື່ອງ​ໄດ້​ເລີ່​ມຜະລິດ​ໄຟ​ຟ້າ​ ​ແລະ​ເຂົ້າ​ຕາໜ່າງ​ໄຟຟ້າແລ້ວ, ກຳລັງ​ຕິດຕັ້ງລວມມີ​ເຖິງ 14 ລ້ານ 7 ​ແສນ​ກິ​ໂລ​ວັດ, ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ເຂື່ອນ​ໄຟຟ້າ​ໃນ​ທົ່ວ​ໂລກ.

ນອກຈາກ 26 ​ເຄື່ອງ​ທີ່​ນອນ​ຢູ່​ໃນ​ການ​ອອກ​ແບບ​ເບື້ອງ​ຕົ້ນ​ແລ້ວ, ​ໂຄງ​ການ​ເຂື່ອນ​ຊ່ານ​ເຊຍ​ຍັງ​ຈະ​ມີ​ຈັກ​ປັ່ນ​ກະ​ແສໄຟຟ້າ​ໃຕ້​ດິນ 6 ​ເຄື່ອງ. ປັດຈຸ​ບັນ, ​​ໂຄງການ​ໄຟ​ຟ້າ​ໃຕ້​ດິນ​ໄດ້​ເຂົ້າ​ສູ່​ໄລຍະ​ຂຸດ​ດິນ​ແລະ​ຖອກ​ໃສ່​ເບ​ຕົງ​ແລ້ວ. ບວກ​ກັບ​​ໄຟຟ້າ​ໃຕ້​ດິນ, ​ໂຄງ​ການ​ເຂື່ອນ​ຊ່ານ​ເຊຍ​ຈະ​ຕິດຕັ້ງຈັກປັ່ນ​ກະ​ແສ​ໄຟຟ້າ 32 ​ເຄື່ອງ ​ແຕ່ລະ​ເຄື່ອງ​ມີ​ກຳລັງ​ຜະ​ລິດ​ໄຟ​ຟ້າ 7 ​ແສນ​ກິ​ໂລ​ວັດ, ກຳລັງ​ຕິດຕັ້ງລວມມີ​ເຖິງ 22 ລ້ານ 4 ​ແສນ​ກິ​ໂລ​ວັດ.

​ໂຄງການ​ເຂື່ອນ​ຊ່ານ​ເຊຍ​ຕັ້ງຢູ່​ເມືອງ​ອີ​ຊ່າງ​ແຂວງ​ຫູ​ໄປ ພາກ​ກາງຂອງ​ຈີນ, ສາ​ມາດ​ປ້ອງ​ກັນ​ໄພ​ນ້ຳນອງ ຜະລິດ​ໄຟຟ້າ ​ແລະ​ການ​ເດີນ​ເຮືອ​, ​ແມ່ນ​ໂຄງກາ​ນຊຸມ​ຊົນ​ລະ​ປະ​ທານ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ.