ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-14 18:48:56    
ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ຈີນ​ສ້າງ​ສະຖິຕິ​ໂລກ​​ຄືເຮັດ​ໃຫ້​ທໍ່​ສົ່ງຢູ່​ພື້ນ​ທະ​ເລທີ່​ຍາວ 2630 ​ແມັດຕໍ່​ກັນ​ຢ່າງ​ສຳ​​ເລັດ​ຜົນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 14 ມັງກອນ​ນີ້,ບໍລິສັດ​ນ້ຳມັນ​ເຊື້ອ​ໄຟທະ​ເລຂອງ​ຈີນ​ລາຍ​ງານ​ວ່າ,ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຈາກ​ເມືອງ​ຈູ່​ໄຫ​ຮອດ​ເມືອງ​ຈູ່ງຊ່ານ​ແຂວງ​ກວາງຕຸ້ງ​ທີ່​ບໍລິສັດດັ່ງກ່າວ​ຮັບຜິດ​ຊອບກໍ່ສ້າງນັ້ນ,​ໄດ້​ຕໍ່​ກັນ​ຢູ່​ພື້ນ​ທະ​ເລ​ຢ່າງ​ສຳ​ເລັດ​ຜົນ​ໃນ​ຫວ່າງ​ມໍ່ໆ​ນີ້,​ແລະ​ໄດ້​ສ້າງ​ສະຖິຕິ​ໂລກຄືເຮັດ​ໃຫ້​ທໍ່​ສົ່ງຢູ່​ພື້ນ​ທະ​ເລ​ທີ່​ຍາວ 2630 ​ແມັດຕໍ່​ກັນ​ຢ່າງ​ສຳ​ເລັດ​ຜົນ.

ການ​ເຮັດ​ໃຫ້​ທໍ່​ສົ່ງຢູ່​ພື້ນ​ທະ​ເລ​ດັ່ງກ່າວ​ຕໍ່​ກັນ​ຢ່າງ​ສຳ​ເລັດ​ຜົນ,ກໍ່​ຈະ​ເຮັດ​ໃຫ້​ເມືອງ​ຈູ່​ໄຫ ​ເມືອງ​ຈູ່ງຊ່ານ​ແລະ​​ເຂດ​ມາ​ກາວ​ຈະ​ໄດ້​ຮັບ​ອາຍ​ແກັສທຳ​ມະ​ຊາດ​ທີ່​ຍິ່ງ​ພຽງພໍ​ກວ່າ​ເກົ່າ​ໃນ​ໄວໆ​ນີ້.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດນ້ຳມັນ​ເຊື້ອ​ໄຟ​ທະ​ເລ​ຂອງ​ຈີນ​ກ່າວ​ວ່າ,ການ​ເຮັດ​ໃຫ້​ທໍ່​ສົ່ງຢູ່​ພື້ນ​ທະ​ເລ​ຕໍ່​ກັນ​ຢ່າງ​ສຳ​ເລັດ​ຜົນ​ເທື່ອ​ນີ້,​ເປັນ​ຂີດ​ໝາຍໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ພະລັງງານ​ສະອາດ​ຂອງ​ບໍລິສັດ​ດັ່ງກ່າວ,​ໄດ້​ຍົກ​ກຳລັງ​ຕົວ​ຈິງ​ແລະ​ລະ​ດັບການ​ອອກ​ແບບ​ແລະ​ການກໍ່​ສ້າງ​ໂຄງການ​ທໍ່​ສົ່ງ​ພາຍ​ໃນ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​