ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-15 17:08:25    
ຈີນ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ກັບ​ມາ​ລາ​ວີ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 14 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​​ນັບແຕ່​ວັນ​ທີ 28 ທັນວາ​ປີ 2007 ​ເປັນ​ຕົ້ນ​ໄປ, ​ຈີນ​ກັບ​ມາລາ​ວີ​ຊຶ່ງ​ເປັນ​ປະ​ເທດ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ທະວີບອາ​ຟຣິກາ​ໄດ້ສ້າງສາ​ຍສຳພັນ​ທາງ​ການ​ທູດຮ່ວມ​ກັນ​.

ວັນ​ທີ 28 ທັນວາ​ປີ 2007, ທ່ານ​ຢາງ​ເຈຍ​ຊຶ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນກັບ ທ່ານ​ດາ​ວິສ ຄາດ​ຊົງ​ກາ ຜູ້​ຕາງໜ້າ​ລັດຖະບານ, ​ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານ​ປະທານາທິບໍດີ​ແລະ​ລັດຖະສະພາ​ຂອງ​ມາລາ​ວີ ໄດ້​ຕາງໜ້າ​ລັດຖະບານ​ຂອງສອງ​ປະ​ເທດ​ລົງ​ນາມ​ໃນ​ປະກາດ​ແຈ້ງ​ການ​ຮ່ວມ​ຢູ່​ປັກ​ກິ່ງ.

ປະກາດ​ແຈ້ງ​ການ​ຮ່ວມ​ກ່າວ​ວ່າ, ​ໂດຍ​ອີງ​ຕາມ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ແລະ​ລັດຖະບານ​ສາທາລະນະ​ລັດ​ມາລາ​ວີຕົກລົງ​ຮັບຮອງ​ເຊິ່ງກັນ​ແລະ​ກັນ​ແລະ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຂັ້ນ​ເອກ​ອັກຄະ​ລັດຖະທູດ​ແຕ່​ວັນ​ທີ 28 ທັນວາ​ປີ 2007 ​ເປັນ​ຕົ້ນ​ໄປ.

ລັດຖະບານ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ສະໜັບ​ສະໜູນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ສາທາ​ລະນະ​ລັດ​ມາລາ​ວີ​ເພື່ອຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ແລະ​ພັດທະນາ​ເສດຖະກິດ.

ລັດຖະບານ​ສາທາ​ລະນະ​ລັດ​ມາລາ​ວີ​ຮັບ​ຮອງ​ວ່າ​ໃນ​ທົ່ວ​ໂລກ​ມີ​ແຕ່​ປະ​ເທດ​ຈີນ​ດຽວ, ລັດຖະບານ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ລັດຖະບານ​ດຽວ​ທີ່​ຕາງ​ໜ້າ​ທົ່ວ​ປະ​ເທດ​ຈີນຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ, ​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ຈາກຈີນ​ບໍ່​ໄດ້.