ຕາມຂ່າວສານຊິນຮວາ,ວັນທີ15ມັງກອນນີ້ກົງກັບມື້ອອກໃໝ່8ຄ່ຳເດືອນ12ຕາມຈັນທະຄະຕິຈີນ,ແມ່ນບຸນລ້າປາທີ່ຈັດຂຶ້ນປີລະເທື່ອ.ໃນບຸນນີ້,ຄົນຈີນມີປະເພນີກິນເຂົ້າປຽກລ້າປາ.

ວັນທີ15ມັງກອນນີ້,ຢູ່ໜ້າປະຕູວັດຫານຊ່ານເມືອງຊູໂຈ່ວ,ຄົນຈີນລຽນແຖວຮັບເອົາເຂົ້າປຽກລ້າປາທີ່ວັດແຈກໃຫ້.

ຜູ່ຊ່ຽວຊານຮີດຄອງປະເພນີບອກວ່າ,ບຸນລ້າປາແມ່ນບຸນປະເພນີທີ່ສຳຄັນຂອງຈີນ.ໃນສະໄໝລາຊະວົງນານເປີຍເມື່ອ1000ກວ່າປີກ່ອນ,ໄດ້ກຳນົດເອົາມື້ອອກໃໝ່8ຄ່ຳເດືອນ12 ຈັນທະຄະຕິເປັນບຸນລ້າປາ,ເພິ່ນຖືໂອກາດນີ້ບູຊາບັນພະບູລຸດແລະເທວະດາຟ້າແຖນ,ເພື່ອວິ່ງວອນໃຫ້ການປູກຝັງໄດ້ຜົນເກັບກ່ຽວອຸດົມສົມບູນແລະມີຄວາມເປັນສີລິມຸງຄຸນ.ນັບແຕ່ພຸດທະສາສະໜາແຜ່ເຂົ້າສູ່ຈີນ,ວັດວາອາຮາມຕ່າງໆລ້ວນແຕ່ໄດ້ເອົາເຂົ້າແລະໝາກໄມ້ຕ່າງໆມາຕົ້ມເຂົ້າປຽກເພື່ອເຄນໃຫ້ຄູບາແລະແຈກໃຫ້ຍາດໂຍມທັງຫຼາຍ.ຕາມເວົ້າວ່າ,ເມື່ອກິນເຂົ້າປຽກ ນີ້ແລ້ວຈະໄດ້ຮັບການຄຸ້ມຄອງຮັກສາຈາກພະພຸດທະເຈົ້າ,ສະນັ້ນ,ເຂົ້າປຽກລ້າປາກໍ ເອີ້ນເປັນເຂົ້າປຽກແຫ່ງຄວາມສີລິມຸງຄຸນແລະເຂົ້າປຽກພະ.

ວັນທີ15ມັງກອນນີ້,ຢູ່ວັດຢົ່ງເຮີຂອງປັກກິ່ງ,ຄູບາແຈກເຂົ້າປຽກລ້າປາໃຫ້ຍາດໂຍມທາງຫຼາຍ.

1 2
|