ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-15 18:38:17    
ດາວ​ທຽມເຟິ່ງຢຸນ​ເລກ​ສອງ​ C ​ຂອງ​ຈີນ​​ເຮັດ​ວຽກ​ຢູ່​ອະ​ວະ​ກາດ​ຢ່າງ​ໝັ້ນ​ທ່ຽງ 3 ປີ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ມັງກອນ​ນີ້, ​ເຈົ້າໜ້າ​ທີ່​ກົມ​ອຸຕຸນິຍົມ​​ແຫ່ງ​ຊາດ​ຈີນ​ປະ​ກາດ​ວ່າ, ດາວ​ທຽມເຟິ່ງຢຸນ​ເລກ​ສອງ​ C ​ຂອງ​ຈີນ​ໄດ້​​ເຮັດ​ວຽກ​ຢູ່​ອະວະ​ກາດ​ເປັນ​ເວ​ລາ 3 ປີ​ຕາມ​ອາ​ຍຸ​​ອອກ​ແບບ, ປັດຈຸບັນ, ດາວ​ທຽມ​ຍັງ​​ເຮັດ​ວຽກ​ຢູ່​ອະວະ​ກາດ​ຢ່າງ​ໝັ້ນ​ທ່ຽງ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ລະດັບຄຸນ​ນະພາ​ບ​ແລະ​ອາຍຸ​ການຂອງ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ຈີນ​ທີ່​ມີ​ຈັງຫວະ​ດຽວ​ກັນ​ກັບ​ການ​ໝູນປິ່ນຂອງ​ໜ່ວຍ​ໂລກ ​ໄດ້​ບັນ​ລຸ​ລະ​ດັບ​ສູງ​ໃໝ່.

ດາວ​ທຽມ ​ເຟິ່ງຢຸນ​ເລກ​ສອງ C ​ແມ່ນ​ເລີ່​ມນຳ​ໃຊ້​ເມື່ອ​ເດືອນ​ມັງກອນ​ປີ 2005, ສາ​ມາດ​ຕິດ​ຕາມ​ລົມ​ໄຕ້​ຝຸ່ນ​ທີ່​ເກີດ​ຂຶ້ນຢູ່​ມະຫາ​ສະໝຸດ​ປາຊີ​ຟິກຢ່າງ​ຕໍ່​ເນື່ອງ​ແລະ​ແມ່ນ​ຢຳ, ​ແລະ​ກໍ​ສາ​ມາດ​ຕິດຕາມ​ແລະ​ເຕືອນ​ໄພ​ຕ່າງໆ ​ເຊັ່ນ ຝົນຕົກ​ໜັກ ໝອກ​ໜາ ພາຍຸ​ຂີ້​ຝຸ່ນ​ ​​​ໄຟ​ໃໝ່​ປ່າ ແລະ​ອື່ນໆ.

ດາວທຽມ​ດັ່ງກ່າວ​ຍັງ​​ໄດ້​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ອະວະ​ກາດ​ທີ່​ແມ່ນ​ຢຳ​ໃຫ້​ແກ່​ການ​ຍິງສົ່ງ​​ແລະ​ການບິນ​ຂອງຍານ​ອະວະກາດ​ເສີນ​ໂຈ່​ວ​ແລະ​ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນ​ສາງ​ເອີ​ເລກ​ໜຶ່ງ​ຂອງ​ຈີນ.