ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-15 19:00:35    
ທ່ານ​ນາງ​​ຣາຍສ໌​ໄປ​ຢ້ຽມ​ຢາມ​ອີຣັກ​ຢ່າງ​ກະ​ທັນ​ຫັນ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນ​ຮວາ:ວັນ​ທີ 15 ມັງກອນ​ນີ້,ທ່ານ​ນາງ​ໂກນ​ໂດ​ລີ​ຊາ ຣາຍສ໌ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​​ເມ​ລິ​ກາທີ່​​ຕິດ​ຕາມ​ທ່ານ​ຈອັດ ບຸ​ສ ປະທານາທິບໍດີ​ອາ​​ເມ​ລິ​ກາ​ໄປຢ້ຽມຢາມຕາ​ເວັນ​ອອກ​ກາງ,​ໄດ້​​ຂີ່​ຍົນຈາກຣີຢັດ ນະຄອນຫຼວງ​ອາ​ລາ​ບີ​ຊາ​ອຸດິດ​ໄປ​ຮອດ​ແບກ​ແດດ,​ເພື່ອ​ຢ້ຽມຢາມ​ອີ​ຣັກ.

ຕາມ​ຂ່າວ​ແຈ້ງວ່າ,​ໃນ​ການ​ເຈລະ​ຈາກັບ​ຜູ້ນຳ​ອີຣັກ​ເຊັ່ນ​ທ່ານ​ນູຣີ ອານ ມາລີ​ຄີ ນາຍົກລັດ​ຖະມົນຕີ​ອີຣັກ​ເປັນ​ຕົ້ນ,ທ່ານ​ນາງ​ຣາຍສ໌​ຈະ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ອີຣັກ​ມີ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ດ້ານ​ການ​ປອງ​ດອງ​ກັນ​ທາງ​ການ​ເມືອງ​ແລະ​ນິຕິ​ບັນຍັດ​ສຳຄັນ​ເປັນ​ຕົ້ນ.ທ່ານ​ນາງຣາຍສ໌ຈະ​ກັບ​ຄືນຣີຢັດ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ມັງກອນ​ນີ້.

ທ່ານ​ນາງຣາຍສ໌​​ເຄີຍ​ໄປ​ຢ້ຽມຢາມ​ອີຣັກຢ່າງ​ກະທັນ​ຫັນ​ໃນ​ວັນ​ທີ 18 ທັນວາ​ປີ​ກາຍ​ນີ້,​ໄດ້​ຫາລື​ກັບ​ຝ່າຍ​ອີຣັກກ່ຽວ​ກັບບັນຫາ​ຕ່າງໆ​ເຊັ່ນ​ການ​ເລັ່ງລັດ​ຂະ​ບວນການ​ປອງ​ດອງ​ກັນ​ທາງ​ການ​​ເມືອງ​ເປັນ​ຕົ້ນ.