ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-15 19:03:13    
ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ຕົກ​ລົງ​ຈະ​ດຳ​ເນີນ​ການ​ເປິກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ໃຈ​ກາງ​ຂອງ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ຕາ​ແອນ​ເປັນ​ປົກ​ກະ​ຕິ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 14 ມັງກອນ​ນີ້, ທ່ານ​ຊີ​ພີ ລິ​ຟນີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອນ​ກັບ​ທ່ານ​ອາຮ​ເມັດ ຄູເລ ອະດີດ​ນາຍົກ​ລັດຖະ​ມົນຕີ​ປາ​ເລັສຕິນ​ດຳ​ເນີນ​ການ​ເຈລະຈາ​ຢູ່​ເຢລຸ​ຊະ​ເລ​ມ, ຫາລື​ບັນຫາ​ໃຈກາງ​ຂອງ​ຄວາມ​ຂັດ​ແຍ່ງກັນ​ລະຫວ່າງ​ອິສຣາ​ແອນ​ກັບ​ປາ​ເລັສຕິນ​ຕ່າງໆ, ​ເຊັ່ນ: ຖານະ​ຂອງ​ເຢລຸ​ຊະ​ເລ​ມ, ຊາວ​ອົບ​ພະ​ຍົບຂອງປາ​ເລັສຕິນ​ກັບ​ຄືນ​ຖິ່ນ​ຖານ​ແລະ​ຊາຍ​ແດນ​ຂອງ​ປາ​ເລັສຕິນ​ໃນ​ອະ​ນາ​ຄົດ​ເປັນ​ຕົ້ນ. ນີ້​ແມ່ນ​ການ​ຈລະຈາ​ລະຫວ່າງ​ສອງ​ຝ່າຍ​ທີ່​ເວົ້າ​ເຖິງ​ບັນຫາ​ໃຈກາງ​ຂອງ​ຄວາມ​ຂັດ​ແຍ່ງກັນ​ລະຫວ່າ​ງສອງ​ຝ່າຍ​ເປັນ​ເທື່ອ​ທຳ​ອິດຫຼັງຈາກ​ອິສຣາ​ແອນ​ກັບປາ​ເລັສຕິນ​ໄດ້​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ການ​ເຈລະຈາ​ດັ່ງກ່າວ​ດຳ​ເນີນ​ເປັນ​ເວລາ 2 ຊົ່ວ​ໂມງ, ​ຫຼັງຈາກ​ການ​ເຈລະຈາ, ທ່ານ​ລິຟນີ​ກັບ​ທ່ານ​ຄູເລ ກ່າວວ່າ, ຕໍ່ໄປ, ສອງຝ່າຍ​ຈະ​ພະຍາຍາມ​ໃຫ້​ຈັດການ​ເຈລະຈາ​ອາທິດ​ລະ​ເທື່ອ, ແລະ​ເພື່ອ​ຮັບປະກັນ​ໃຫ້ການ​ສົນທະນາ​ບໍ່​ຖືກ​ລົບ​ກວນ, ສອງຝ່າຍ​ຈະ​ພະຍາຍາມ​ຫຼີກ​ເວັ້ນບໍ່​ໃຫ້​ເປີດ​ເຜີຍ​ລາຍ​ລະອຽດ​ກ່ຽວ​ກັບ​ການ​​ເຈລະຈາ​ໃຫ້​ສື່​ມວນ​ຊົນຊາບ.