ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-16 16:17:05    
ອັງ​ກິດ​ຈັດ​ງານ​ມະ​ໂຫ​ລານ​ວັດ​ທະ​ນະ​ທຳ​ຈີນ​ທີ່​ໃຫຍ່​ທີ່​ສຸດ​ທີ່​ມີ​ຫົວ​ຂໍ້​ວ່າ "ຈີນ​ໃນ​ປະ​ຈຸ​ບັນ"

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 15 ມັງກອນ​ນີ້, ອັງກິດ​​ເລີ່​ມຈັດ​ງານ​ມະໂຫລານ​ວັດທະ​ນະທຳ​ທີ່​ມີ​ຫົວ​ຂໍ້​ວ່າ "ຈີນ​ໃນປະຈຸ​ບັນ" ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ລອນດອນ, ທ່ານ​ໄຊມອນ ຮິວ​ເລີ ​​ຫົວໜ້າ​ຄະນະ​ກຳມະການ​ຈັດ​ງານ​ດັ່ງກ່າວ​ກ່າ​ວວ່າ, ງານ​ມະ​ໂຫລານ​ວັດທະ​ນະທຳ​ຈະ​ດຳ​ເນີນ​​ໄປເປັນ​ເວລາ 6 ​ເດືອນນັບ​ແຕ່​ບຸນ​ກຸດ​ຈີນ​ປີ 2008 ​ເປັນ​ຕົ້ນ​ໄປ, ຈົນຮອດມື້​ໄຂ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ, ​ໃນ​ໄລຍະ​ຈັດງານ, ຢູ່​ແຫ່ງ​ຕ່າງໆ​​ໃນ​ທົ່ວ​ປະ​ເທດ​ອັງກິດ​ຈະ​ຈັດກິ​ດຈະ​ກຳ 800 ກວ່າ​ເທື່ອ, ສະ​ແດງ​ໂສມ​ໜ້າ​ອັນ​ດີງາມ​ຂອງ​ສັງຄົມ​ແລະ​ວັດທະນະ​ທຳ​ຈີນ​​ໃນ​ຍຸກ​ປະຈຸ​ບັນ, ​ເຮັດ​ໃຫ້​ປະຊາຊົນ​ອັງກິດມີ​ຄວາມ​​ເຂົ້າ​ໃຈ​ຕໍ່ຈີນ​ເລິກ​ເຊິ່ງກວ່າ​ເກົ່າ, ​ແລະຊຸກ​ຍູ້​ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ​ລະຫວ່າງ​ສອງ​ປ​ະ​ເທດ.

ງານມະ​ໂຫລານ "ຈີນ​ໃນປະຈຸ​ບັນ" ​ເທື່ອ​ນີ້ມີ​ວິ​ສາ​ຫະກິດ​ອັງກິດ​ເກືອບ 200 ​ແຫ່ງ​ເຂົ້າ​ຮ່ວມ. ​ເນື້ອ​ໃນ​​ກວມ​ເອົາຫຼາຍຂົງ​ເຂດ, ​ເຊັ່ນ: ​ຮູບ​ເງົາ, ລະຄອນ, ດົນຕີ, ການ​ຟ້ອນ​ລຳ, ​ວິທະ​ຍາສາດ​ເຕັກນິກ, ການ​ຄ້າ, ການ​ສຶກສາ, ​ແລະ​ການ​ກິນ​ດື່ມ​ເປັນ​ຕົ້ນ.