ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-16 18:05:08    
ສື່​ມວນ​ຊົນ ສປປ ເກົາຫຼີ​ກ່າວ​ວ່າ​ອາ​ເມ​ລິ​ກາ​ຄວນ​​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ເລື່ອນ​ເວ​ລາ​ປະ​ຕິ​ບັດ​ສັນ​ຍາ​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ມັງກອນ​ນີ້ ໜັງສືພິມ​ໂລ​ດົງ​ຊິນ​ມູນ​ຂອງ ສປປ ​ເກົາ​ຫຼີ​ໄດ້​ພິມ​ບົດ​ວິຈານ​ຂຽນ​ວ່າ, ການ​ປະຕິບັດ​ສັນຍາ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາຫຼີ​ຖືກ​ເລື່ອນ​ເວລາ, ໜ້າ​ທີ່​ຮັບຜິດຊອບ​ບໍ່​ແມ່ນ​ຢູ່​ນຳ ສປປ ​ເກົາຫຼີ, ຫາກ​ແມ່ນ​ຍ້ອນ​ອາ​ເມ​ລິ​ກາ​ໜ່ວງ​ໜ່ຽວ​ເວລາ​ປະຕິບັດ​ພັນທະ​ຂອງ​ຕົນ.

ບົດ​ວິຈານ​ຂຽນ​ວ່າ, "ການ​ເຄື່ອນ​ໄຫວ​ຕໍ່​ການ​ເຄື່ອນ​ໄຫວ" ​ແມ່ນ​ຂໍ​ກະ​ແຈ​ຂອງ​ການ​ປະຕິບັດ​ສັນຍາ​ການ​ເຈລະຈາ 6 ຝ່າຍ. ສປປ ​ເກົາຫຼີ​ໄດ້​ປະຕິບັດ​ຕາມ​ສັນຍາ​ການ​ເຈ​ລະ​ຈາ 6 ຝ່າຍ, ​ແຕ່​ອາ​ເມ​ລິ​ກາ​ພັດ​ໜ່ວງ​ໜ່ຽວ​ເວລາ​ປະຕິບັດ​ພັນທະ​ດ້ານ​ການ​ເມືອງ ​​ແລະ​ການ​ທົດ​ແທນ​ດ້ານເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ບໍ່​ໄດ້​​ໃຊ້​ມາດ​ຕະການລຶບຊື່​ຂອງ​ ສປປ ​ເກົາ​ຫຼີ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່ "ປະ​ເທດ​ທີ່ສະໜັບສະໜູນລັດທິ​ກໍ່​ການ​ຮ້າຍ" ​ແລະ​ຢຸດ​ຕິ​ການ​ປະ​ຕິ​ບັດ "ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ກັບປະ​ເທດ​ສັດຕູ" ຕໍ່ ສປປ ​ເກົາຫຼີ ​​ຕາມ​ສັນ​ຍາ​ການ​ເຈ​ລະ​ຈາ 6 ຝ່າຍ.