ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-17 18:44:46    
ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຫວຽດ​ນາມ​ທຳ​ຄວາມ​ພະ​ຍາ​ຍາມ ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຢູ່​ອ່າວ​ພາກ​ເໜືອ ​ແລະ​ຜົນ​ປະ​ໂຫຍດ​ຕິດ​ຕົວ​ຂອງ​ຊາວ​ປະ​ມົງ​ທີ່​ຢູ່​​ແຄມ​ຝັ່ງ​ອ້ອມ​ອ່າວ​ພາກ​ເໜືອ

cri Author: lm

ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​​ໃນ​ວັນ​ທີ 17 ມັງກອນ​ນີ້, ທ່ານ​ນາງ​ຈ່ຽງ​ອີ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີຮ່ວມ​ກັບ​ຝ່າຍ​ຫວຽດ​ນາມ​ທຳ​ຄວາມ​ພະ​ຍາຍາມ ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ອ່າວ​ພາກ​ເໜືອ ​ແລະ​ຜົນ​ປະ​ໂຫຍດ​ຕິດ​ຕົວ​ຂອງຊາວ​ປະມົງ​ທີ່ຢູ່​​ແຄມ​ຝັ່ງອ້ອມ​ອ່າວພາກ​ເໜືອ.

ວັນ​ທີ 7 ມັງກອນ​ນີ້, ​ໃນ​ເວລາ​ເຮືອ​ຫາ​ປາ​ແຂວງ​​ໄຫ​ຫຼຳຈີນ​ພວມ​ເຮັດ​ວຽກ​ຢ່າງ​ປົກ​ກະ​ຕິ​​ໃນເຂດ​ຫາ​ປາ​ຮ່ວມ​ຂອງອ່າວ​ພາກ​ເໜືອ​ນັ້ນ, ​ໄດ້​ຖືກ​ກຳ​ປັ່ນ​ປະ​ກອບ​ອາ​ວຸດ​ຫວຽດ​ນາມ​ປຸ້ນ​ລະດົມ, ພາ​ໃຫ້​ມີ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງຂອງ​ນັກ​ຂ່າວ, ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ຝ່າຍ​ຈີນ​ໃຫ້​ຄວາມ​ສຳຄັນ​​ໃນ​ລະ​ດັບ​ສູງ​ຕໍ່​​ເຫດ​ການ​ດັ່ງກ່າວ, ​ແລະ​ໄດ້​ຕໍ່​ວ່າ​ຕໍ່​ຂານ​ກັບ​ຝ່າຍ​ຫວຽດນາມ​ແລ້ວ, ຮຽກຮ້ອງ​ໃຫ້​ຝ່າຍ​ຫວຽດ​ນາມ​ສືບ​ສວນ​ຢ່າງ​ຈິງ​ຈັງແລະ​ຊຳລະຢ່າງ​ເຂັ້ມງວດ, ​ແລະ​ໃຊ້​ມາດ​ຕະການ​ອັນ​ບັງ​ເກີດ​ຜົນ, ​ບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນນັ້ນ​ອີກ. ຝ່າຍ​ຫວຽດນາມ​ກ່າວ​ວ່າ​ຈະ​ປະ​ສານ​ສົມ​ທົບ​ກັບ​ຝ່າຍ​ຈີນ​ທຳ​ການ​ສືບສວນ.