ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-18 11:21:45    
ອາ​ເມ​ລິ​ກາ​ກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈັດ "ການ​ຢັ່ງ​ປະ​ຊາ​ມະ​ຕິ" ​ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ຜິດ​ພາດ​ທັງ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 17 ມັງກອນ​ນີ້, ​ໃນ​ກອງ​ປະຊຸມຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ, ທ່ານຈອນ ດີ ​ເນ​ໂກຼ​ພອນ​ທ໌ ລັດຖະ​ມົນຕີ​ຊ່ອຍ​ວ່າການ​ປະຈຳ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະຈຳກ່າວ​ຢ່າງ​ຈະ​ແຈ້ງວ່າ, ການ​ຈັດ "ການ​ຢັ່ງປະຊາມະຕິ" ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​ແມ່ນ​ຜິດ, ​ແມ່ນ​ນະ​ໂຍບາຍ​ທ້າ​ທາຍ​ກໍ່​​ເກາະຜິດ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ.

ທ່ານ​ເນ​ໂກຼພອນທ໌​ກ່າວ​ວ່າ, ນາງ​ໂຄນ​ໂດ​ລິ​ຊາ ​ໄລສ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກໍ່​​ເຄີຍ​ສະ​ແດງ​ທັດສະນະ​ດັ່ງກ່າວ​ໃນ​​ເດືອນ​ທັນວາ​ປີ​ກາຍ​ນີ້​ແລ້ວ. ​ເທື່ອ​ນີ້, ທ່ານ​ແມ່ນ​ກ່າວຢ້ຳ​ທັດສະນະ​ດັ່ງກ່າວ​ອີກ. ທ່ານ​ຍັງ​ກ່າວ​ຢ້ຳວ່າ, ປະກາດ​ແຈ້ງ​ການ​ຮ່ວມ 3 ສະບັບ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ແມ່ນ​ພື້ນຖານ​ຂອງ​ນະ​ໂຍບາຍ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ, ຝ່າຍ​ອາ​ເມ​ລິ​ກາ​ຍຶດໝັ້ນ​ເຄົາ​ລົບ​ປະກາດ​ແຈ້ງ​ການ​ຮ່ວມ 3 ສະບັບ.

ທ່ານ​ເນ​ໂກຼພອນທ໌​ກ່າວ​ວ່າ, ປະຈຸ​ບັນ, ​ອາ​ເມ​ລິ​ກາ​ກັບ​ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເຊິ່ງ​ລວມທັງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແລະ​ບັນຫາ​ດາ​ຟູ​ຊູ​ດັງ​ເປັນ​ຕົ້ນ. ອາ​ເມ​ລິ​ກາ​ກັບ​ຈີນ​ແມ່ນ​ຄູ່​ຮ່ວມ​ມືໃນສາກົນ, ຖ້າ​ສອງ​ຝ່າຍ​ຮ່ວມ​ມື​ກັນ, ທົ່ວ​ລະບົບ​ສາກົນ​ກໍ່ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ.