ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-18 17:07:02    
ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກັບ​ຕົວ​ເມືອງ​ອື່ນ​ທີ່​ຈັດ​ການ​​ແຂ່ງ​ຂັນ ​ເຊັນ "ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກິດ​ຈະ​ກຳ​ສະ​ໜາມ​ດ້ານ​ວັດ​ທະ​ນະ​ທຳ​ກິ​ລາ​ໂອ​ລິມ​ປິກ"

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ມັງກອນນີ້ ຢູ່​ທີ່​ປັກ​ກິ່ງ, ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກັບ​ຕົວ​ເມືອງ​ອື່ນ​ທີ່​ຈັດ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ເຊັ່ນ ນະ​ຄອນ​ຊິ່ງຕາວ ນະຄອນ​ທຽນ​ສິນ ນະຄອນ​ຊຽງ​ໄຮ້ ນະຄອນ​ເສີນ​ຢາງ ​ແລະ​ນະ​ຄອນ​ສິນ​ຫວງ​ຕາວ ຮ່ວມ​ກັນ​ເຊັນ "ບົດ​ບັນທຶກ​ຊ່ວຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກິດ​ຈະ​ກຳ​ສະ​ໜາມ​ດ້ານ​ວັດ​ທະນະທຳ​ກິລາ​ໂອ​ລິ​ມປິກ".

ຈຸດປະສົງ​ຂອງການຈັດກິດຈະກຳສະໜາມດ້ານ​ວັດທະນະທຳ​ກິລາ​ໂອ​ລິມ​ປິກ​ໃນ​ຕົວ​ເມືອງ​ທີ່​ຈັດ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ແມ່ນ​ແຜ່​ຂະຫຍາຍ​ຈິດ​ໃຈ​ໂອ​ລິມ​ປິກ ​​ເຜີຍ​ແຜ່​ຄວາມ​ຮູ້​ໂອ​ລິ​ມປິກ ​ແລະວາງສະ​ແດງ​ປະຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ເຈົ້າ​ພາບ​ແລະ​ຕົວ​ເມືອງ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ.

ກິດຈະກຳ​ສະໜາມດ້ານ​ວັດທະນະທຳ​ໂອ​ລິ​ມປິກ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ຈະ​ເລີ່​ມດຳ​ເນີນ​ແຕ່ວັນ​ທີ 23 ມິຖຸນາ​ຫາວັນ​ທີ 17 ກັນຍາ​ປີ​ນີ້. ​ເນື້ອ​ໃນ​ຕົ້ນ​ຕໍ​ມີ: ຕັ້ງ​ໂທ​ລະ​ພາບ​ຈໍ​ກວ້າງ​ໃຫ້​ປະຊາຊົນ​ເບິ່ງ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກທີ່​ຖ່າຍ​ທອດ​ສົດ; ຈັດ​ງານ​ສະ​ແດງ​ສິລະ​ປະ​ຢູ່​ກາງ​ແຈ້ງ​ທີ່​ມີ​ສິລະ​ປິນຈີນ​ແລະ​ຕ່າງປະ​ເທດ​ຮ່ວມ​ກັນ​ສະ​ແດງ ​ແລະ​ງານ​ວາງ​ສະ​ແດງ​ສະ​ເພາະ​ຢູ່​ກາງ​ແຈ້ງ. ຮອດ​ເວລາ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ​ຈະ​ສາມາດ​ເຂົ້າ​ເບິ່ງກິດຈະກຳ​ສະໜາມ​ດ້ານວັດທະນະທຳ​ກິລາໂອ​ລິ​ມປິກ​ໂດຍ​ບໍ່ຕ້ອງ​ເສຍ​ຄ່າ​ໄດ້.