ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-18 17:56:14    
ຈີນ​ຈະ​ສ້າງ​ແຫຼ່ງອຸດ​ສາ​ຫະ​ກຳ​ການ​ບິນ​ອະ​ວະ​ກາດ​ພົນ​ລະ​ເຮືອນ​ຢູ່​ນະ​ຄອນ​ຊີ່​ອ່ານ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ຈະ​ສ້າງ​ແຫຼ່ງອຸດສາຫະກຳ​ການບິນອະວະກາດພົນ​ລະ​ເຮືອນ​ຢູ່​ນະ​ຄອນ​ຊີ່​ອ່ານ ຕົວ​ເມືອງ​ໃຈກາງ​ຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ອົງການ​ປົກຄອງ​ນະຄອນ​ຊີ່​ອ່ານ​ໄດ້​ເປີດ​ເຜີຍ​ການ​ຕົກລົງ​ຂອງ​ລັດ​ຖະ​ບານ​ກາງ​ດັ່ງ​ກ່າວຕໍ່​ວົງ​ການ​ໜັງສືພິມ​ໃນວັນ​ທີ 18 ມັງກອນ​ນີ້.

ອີງ​ຕາມ​ແຜນການ​ຂອງ​ລັດຖະບານ​ກາງ​ຈີນ, ​ເຂດ​ໃຈກາງ​ຂອງ​ແຫຼ່ງ​ອຸດ​ສາ​ຫະ​ກຳ​ການບິນ​ອະວະກາດພົນລະ​ເຮືອນ​ຊີ່​ອ່ານ​ມີ​ເນື້ອ​ທີ່​ປະມານ 2 ​ແສນ 3 ໝື່ນ​ກິ​ລາ​ຕາ​ແມັດ, ຈະ​ພັດ​ທະ​ນາ​ອຸດສາຫະກຳ​ການບິນ​ພົນລະ​ເຮືອນ ​ເຊັ່ນ ດາວ​ທຽມ ດາວ​ທຽມ​ປະ​ຍຸກ ​ເຕັກ​ໂນ​ໂລ​ຊີ​ພິ​ເສດ​ດ້ານ​ການບິນ​ອະວະກາດ​ ວັດ​ຖຸ​ແບບ​ໃໝ່ ​ແຫຼ່ງ​ພະລັງງານ​ທີ່​ກ້າວ​ໜ້າ ​ເຕັກ​ໂນ​ໂລ​ຊີ​ດ້ານ​ຂໍ້​ມູນ​ແລະ​ອື່ນໆ ​ໂດຍ​ອາ​ໄສ​ພື້ນຖານ​ອຸດສາຫະກຳ​ການ​ບິນ​ອະ​ວະ​ກາດ​ຂອງ​ນະ​ຄອນ​ຊີ່​ອ່ານ​ທີ່​ມີ​ຢູ່​ແລ້ວ.