ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-19 17:10:18    
ອິສ​ລາ​ແອນ​ທຳ​ລາຍ​ຕຶກ​ກະ​ຊວງ​ພາຍ​ໃນ​ຂອງ​ປາ​ເລັສ​ຕິນ​ທີ່​ຄວບ​ຄຸມ​ໂດຍ​ອົງ​ການ​ຮາ​ມາສ

cri
ຕາມ​ຂ່າວ CRI:ວັນ​ທີ 18 ມັງກອນ​ນີ້ ຝ່າຍ​ທະຫານ​ອິສລາ​ແອນ​ໄດ້​ກໍ່​ການ​ຫລອນ​ໂຈມ​ຕີ​ຕໍ່​ແຖບ​ກາຊາທາງ​ອາກາດ​,​ໄດ້​ທຳລາຍ​ຕຶກ​ກະຊວງ​ພາຍ​ໃນ​ຂອງ​ປາ​ເລັສຕິນທີ່​ຄວບ​ຄຸມ​ໂດຍ​ຂະ​ບວນການຕໍ່ຕ້ານ​ອິສລາມ​ປາ​ເລັສຕິນຫລື ອົງການ​ຮາ​ມາສ.

ຕາມ​ຊາບ​ວ່າ, ລູກ​ສອນ​ໄຟ​ນຳ​ວິຖີຂອງທະຫານ​ອິສລາ​ແອນ​​ໄດ້​ຍິງ​ຖືກ​ຕຶກ​ສີ່​ຊັ້ນທີ່​ບໍ່​ມີ​ຄົນ​ຢູ່​ຕຶກ​ດັ່ງກ່າວ,​ຈົນ​ພັງ​ທະລາຍ.​ໃນ​ເວລາ​ນັ້ນ, ຢູ່​ໃນ​ສິ່ງ​ກໍ່ສ້າງ​ທີ່​ໃກ້​ກັບ​ຕຶກ​ຫລັງ​ນີ້ ພວມ​ຈັດ​ງານ​ສົມລົດ​ຢູ່,ການລະ​ເບີດ​ເຮັດ​ໃຫ້​​ແມ່ຍິງ​ຜູ່​ຫນຶ່ງ​ເສຍ​ຊີວິດ, 15 ຄົນ​ບາດ​ເຈັບ.

ມື້​ດຽວ​ກັນ ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫລ​ງການ​ຮຽກຮ້ອງ​ອີກ​ເທື່ອ​ຫນຶ່ງ​ໃຫ້​ຝ່າຍ​ປາ​ເລັສຕິນຈົ່ງ​​ເຊົາ​ຍິງ​ປືນ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີ​ໃສ່ອິສລາ​ແອນ​ໃນ​ທັນທີ,ພ້ອມ​ທັງ​​ຮຽກຮ້ອງ​ກອງ​ທະຫານປ້ອງ​ກັນ​ປະ​ເທດ​ອິສລາ​ແອນ​ຮັກສາ​ຄວາ​ມອົດ​ກັ້ນ​ໄວ້.