ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-19 18:40:34    
ປີ​ນີ້ ຈີນ​ສືບ​ຕໍ່​ຄວບ​ຄຸມ​ການ​ຄ້າ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຊັບ​ພະ​ຍາ​ກອນ​ທີ່​ມີ​ມົນ​ລະ​ພິດ​ສູງ​ແລະ​ສິ້ນ​ເປືອງ​ພະ​ລັງ​ງານ​ຫລາຍ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ຄ້າ​ທົ່ວ​ປະ​ເທດ​ທີ່​ປິດ​ປ​ະຊຸມ​ໃນ​ວັນ​ທີ 19 ມັງກອນ​ນີ້, ນັກ​ຂ່າວ​ໄດ້​ຮູ້​ວ່າ, ປີ​ນີ້ ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະການ​ຫລາຍ​ຢ່າງ, ຄວບ​ຄຸມ​ການ​ສົ່ງ​ອອກ​ຜະ​ລິດ​ຕະພັນຊັບ​ພະຍາກ​ອນ​ທີ່​ມີ​ມົນ​ລະ​ພິດ​​ແຮງ​ແລະ​ສິ້ນ​ເປືອງ​ພະລັງງານຫລາຍ.

​ໃນ​ກອງ​ປະຊຸມ ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້,ກະຊວງ​ການ​ຄ້າ​ໄດ້​ໃຊ້​ມາດ​ຕະການ​ທຸກ​ຢ່າງ​ເດັດດ່ຽວ​ຄວບ​ຄຸມ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຊັບພະຍາກອນ​ທີ່​ມີ​ມົນ​ລະ​ພິດ​​ແຮງ​ແລະ​ສິ້ນ​ເປືອງພະລັງງານ​ຫລາຍ,​ໄດ້​ພ້ອມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຍົກ​ເລີກ​ການສົ່ງ​ຄືນພາສີ​ຂາ​ອອກ​ຂອງຜະລິດ​ຕະພັນປະ​ເພດ​ນີ້ 1100 ກວ່າ​ຊະນິດ,​ແລະ​ເລີ່​ມ​ເກັບ​ພາສີ​ຂາ​ອອກ​ຕໍ່​ຜະລິດ​ຕະພັນປະ​ເພດ​ນີ້ 300 ກວ່າ​ຊະນິດ.

ພ້ອມ​ກັນນັ້ນ, ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການ​ລົງທຶນ​ໃສ່​ຂົງ​ເຂດ​ທີ່​ມີ​ມົນ​ລະ​ພິດ​​ແຮງແລະ​ສິ້ນ​ເປືອງ​ພະລັງງານ​ຫລາຍ​ເຊັ່ນ ຊີມັງ ອູ​ລະ​ມີ​ນຽມ​ທີ່​ແຍກ​​ໂດຍ​​ໄຟຟ້າ​​ແລະ​ອື່ນໆ​ຢ່າງ​ເຂັ້ມງວດ.