ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-20 16:36:26    
ການ​ປະ​ຕິ​ຮູບ​​ໂຄງ​ປະ​ກອບ​ວັດ​ທະ​ນະ​ທຳ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​​ໃນ​ດ້ານ​ທາດ​ແທ້

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ມັງກອນ​ນີ້ ຂ່າວສານ​ຊີ​ນຮວາ​ໄດ້​ປະກາດ​ບົດ​ຄວາມ​ກ່າວ​ວ່າ, ການ​ປະຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃນ​ດ້ານ​ທາດ​ແທ້.

ບົດ​ຄວາມ​ກ່າວ​ວ່າ, ປີ 2003, ຈີນ​​​ໄດ້ເລີ່​ມ​ເຮັດ​ວຽກ​​ທົດ​ລອງ​ປະຕິຮູ​ບ​ໂຄງ​ປະ​ກອບ​ວັດ​ທະ​ນະ​ທຳ,ຜ່ານ​ຈາກການ​ປະຕິຣູບ​ໂຄງ​ປະກອບ​ຂອງ​ຫົວຫນ່ວຍ​ພາລະກິດ​ວັດ​ທະ​ນະ​ທຳ​ຂອງ​ລັດ​,ຈີນ​ໄດ້​ບົ່ມ​ເພາະ​ວິ​ສາ​ຫະກິດ​ວັດທະນະທຳ​ທີ່​ທຸລະ​ກິດ​​ໂດຍ​ຕົນ​​ເອງ​ແລະ​ຮັບຜິດຊອບ​ການ​ຂາດທຶນ​ຫລື​ໄດ້​ກຳ​ໄລ​​ເອົາ​ເອງງວດ​ຫນຶ່ງ.ຕາມສະຖິຕິ​ທີ່​ບໍ່​ຄົບ​ຖ້ວນ, ປັດຈຸບັນ ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ສຳນັກ​ພິມ​ຈຳຫນ່າຍປື້​ມ 86 ​ແຫ່ງ, ສຳ​ນັກ​ງານ​ຜະ​ລິດ​ເຄື່ອງ​ສຽງ​ແລະ​ພາບ 25 ​ແຫ່ງ,​ໂຮງສ້າງ​ຟີມຂອງ​ລັດ 11 ​ແຫ່ງ​ແລະ​ບໍລິສັດສ້າງ​ຟີມ 23 ​ແຫ່ງ​ໄດ້​ສຳ​ເລັດ​ວຽກ​ງານ​ປະ​ຕິ​ຮູບ​ໂຄງ​ປະກອບ,​ແລະ​ໄດ້​ມີ​ວິ​ສາ​ຫະກິດ​ແລະ​ກຸ່ມ​ວິ​ສາ​ຫະກິດ ວັດ​ທະ​ນະ​ທຳ​ຂະຫນາດ​ໃຫຍ່​ທີ່​ມີກຳລັງ​ແຂ່ງຂັນ​ແລະ​ມີ​ອິດ​ທິພົນ​ຫລາຍ​ງວດ​ຫນຶ່ງປະກົດ​ຂຶ້ນ.

ປີ 2006 ອຸດສາຫະກຳ​ວັດທະນະທຳ​ຂອງ​ຈີນ​ໄດ້​ສ້າງມູນ​ຄ່າ​ເພີ່ມ​ເຖິງ 510 ຕື້​ກວ່າ​ຢວນ,ກວມ 2,45% ​ໃນ GDP.