ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-20 18:27:34    
ການ​ທ່ອງ​ທ່ຽວ​ຂອງ​ຈີນ​ມີ​ລາຍ​ຮັບ​ກາຍ 1000 ຕື້​ຢວນ​ເປັນ​ຄັ້ງ​ທຳ​ອິດ

cri
ຕາມ​ຂ່າວ​ຈາກ​ຫນັງສືພິມ​ເຢີ​ນມີນຢື້​ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ:ຫວ່າງ​ມໍ່ໆ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຊາວ​ຊີ​ເວີຍ ຫົວຫນ້າ​ກົມ​ການທ່ອງທ່ຽວ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ, ປີ 2007 ລາຍ​ຮັບ​ທັງ​ຫມົດ​ຂອງ​ຂະ​ແຫນງ​ການທ່ອງທ່ຽວ​ຈີນ​ໄດ້​ກາຍ 1000 ຕື້​ຢວນ​ເປັນຄັ້ງທຳ​ອິດ.

​ໃນ​ກອງ​ປະຊຸມ​ວຽກ​ງານ​ການທ່ອງທ່ຽວ​ທົ່ວ​ປະ​ເທດ​ຈີນ​ປີ 2008, ທ່ານ​ຊາວ​ຊີ​ເວີຍ​ກ່າວ​ວ່າ, ປີ 2007 ຈຳນວນ​ຄົນ​ເຂົ້າມາ​ທ່ຽວ​ຈີນ​ນັ້ນຫລາຍ​ກວ່າ 130 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2006 5% ຂຶ້ນ​ໄປ,ລາຍ​ຮັບ​ທີ່​ເປັນ​ເງິນຕາ​ຕ່າງປະ​ເທດ​ຈາກ​ການທ່ອງທ່ຽວ​ລື່ນ​ກາຍ 41 ຕື້​ໂດ​ລາ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2006 20% ຂຶ້ນ​ໄປ;ຈີນ​ຍັງສືບ​ຕໍ່​ຮັກສາ​ຖານະ​ເປັນ​ປະ​ເທດທີ່​ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫລາຍ​​ທີ 4 ​ໃນ​ທົ່ວ​ໂລກ.

ຂະ​ແຫນງ​ການ​ທ່ອງທ່ຽວ​ຂອງ​ຈີນ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ກັນ, ​ໄດ້​ຊັກ​ນຳ​ການ​ບໍລິ​ໂພ​ກຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​​ເພີ່ມ​ຂຶ້ນ, ​ໄດ້​ຊຸກ​ຍູ້​ອຸດສາຫະກຳ​ທີ່​ກ່ຽວຂ້ອງ​ພັດທະນາ, ​​ເພີ່ມ​ໂອກາດ​ປະກອບ​ອາຊີບ​ໃຫ້​ສັງຄົມ.ຫມົດ​ປີ 2007, ມີ 5 ​ແສນ​ຄົນ​ໄດ້​ປະກອບ​ອາຊີບ​ການທ່ອງທ່ຽວ​ໂດ​ຍ ກົງ.