ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-21 18:26:51    
ອະ​ນາ​ຄົດ​ຂອງ​ຈີນ​ນັບ​ມື້​ນັບ​ພົວ​ພັນ​ສະ​ໜິດ​ແໜ້ນ​ກັບ​ອະ​ນາ​ຄົດ​ຂອງ​ໂລກ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 21 ມັງກອນ​ນີ້, ຂ່າວສານ​ຊິ່ນ​ຮວາ​ຂອງ​ຈີນ​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ, ອະນາຄົດ​ຂອງ​ຈີນນັບ​ມື້​ນັບ​ພົວພັນ​ສະໜິດ​ແໜ້ນ​ກັບ​ອະນາຄົດ​ຂອງ​ໂລກ.

ບົດ​ຄວາມ​ຂຽນ​ວ່າ, ການ​ປະຕິ​ຮູບ​ແລະໄຂ​ປະຕູ​ສູ່​ພາຍ​ນອກ​ໃນ 29 ປີ​ມາ​ນີ້​ໄດ້​ເຮັດ​ໃຫ້​ຈີນ​ສຳ​ເລັດ​ການ​ຫັນປ່ຽນທີ່​ມີ​ລັກສະນະ​ປະ​ຫວັດ​ສາດ​ຈາກ​ສະພາບ​ການ​ປິດ​ປະຕູ​ແລະ​ປິດ​ປະຕູ​ເຄິ່ງ​ໜຶ່ງ​ຮອດການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຮອບດ້ານ.​ໃນ​ຊູ່​ມື້​ນີ້, ສັງຄົມ​ຈີນ​ເປີດ​ປະຕູ​ສູ່​ພາຍ​ນອກ​​​ໃນ​ຂະໜາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຂະໜາດ​ທີ່​ຈີນ​ເຊື່​ອມ​ໂຍງ​ແລະ​ອາ​ໄສ​ເຊິ່ງກັນ​​ແລະ​ກັນ​ກັບ​ໂລກ​ພາຍ​ນອກ​ບໍ່​ເຄີຍ​ມີ​ກ່ອນ​ໃນ​ປະ​ຫວັດ​ສາດ. ຕະຫຼາດ​ອັນ​ກວ້າງ​ໃຫຍ່​ຂອງ​ຈີນ​ໄດ້​ອຳນວຍ​ໂອກາດ​ພັດທະນາ​ໃຫ້​ແກ່​ໂລກ, ຈີນ​ກໍ່​ໄດ້​ກາຍ​ເປັນ​ກຳລັງ​ດັນ​ອັນ​ແຂງ​ແຮງ​ຂອງ​ເສດຖະກິດ​ໂລກ, ​ແລະ​ສົ່ງ​ຜົນ​ສະທ້ອນ​ນັບ​ມື້​ນັບ​ສຳຄັນ​ກວ່າ​ເກົ່າ​ໃຫ້​ແກ່​ການ​ພັດທະນາ​ຂອງ​ເສດຖະກິດ​ໂລກ.

ບົດ​ຄວາມ​ຊີ້​ອອກ​ວ່າ, ການ​ປ່ຽນ​ແປ​ງອັນ​ເລິກ​ເຊິ່ງຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ໂລກ, ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຈຸດ​ສຸມ​ອັນ​ສຳຄັນທີ່​ໂລກ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ​ແລະ​ໃນ​ອະນາຄົດ. ສະພາບ​ການ​ຕົວ​ຈິງ​ດັ່ງກ່າວ​ຮຽກຮ້ອງ​​ໃຫ້​ຈີນ​ຕ້ອງຊ່າງ​ກຳ​ໂອກາດ​ພັດທະນາ​ໃນ​ການ​ປ່ຽນ​ແປງ​ອັນ​ເລິກ​ເຊິ່ງ​ຂອງ​ສະ​ພາບ​ແວດ​ລ້ອມ​ສາກົນ, ​ຊ່າງເຮັດ​ໃຫ້​ສະພາບ​ແວດ​ລ້ອມ​ທາງ​ນອກ​ດີ​ຂຶ້ນ​ໃນ​ການ​ພັດ​ທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ວຽກ​ງານ​ພາຍ​ໃນ, ​ແລະ​ຮັບປະກັນ​ພາລະກິດ​ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ສຳ​ເລັດ​ຜົນ.