ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-22 18:56:30    
ຈີນ​ຫວັງ​ໃຫ້​ເຢຍ​ລະ​ມັນ​ພ້ອມ​ກັບ​ຈີນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ

cri
ຕາມ​ຂ່າວ CRI: ວັນ​ທີ 22 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ເຢຍລະ​ມັນພ້ອມ​ກັນ​ກັບ​ຈີນ​ທຳ​ຄວາມ​ພະຍາຍາມ​, ປະຕິບັດ​ຕາມຫຼັກມາດຖານ​ພື້ນຖານ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຊາດ, ​ເຊັ່ນ: ເຄົາລົບ​​ເຊິ່ງກັນ​​ແລະກັນ, ປະຕິບັດ​ຕໍ່​ກັນ​ຢ່າງສະ​ເໝີ​ພາບ​ກັນ, ​ແລະ​ຕ່າງບໍ່​ແຊກ​ແຊງ​ວຽກ​ພາຍ​ໃນ​ຂອງ​ກັນເປັນ​ຕົ້ນ, ຊຸກ​ຍູ້​​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ເຢຍລະ​ມັນ​ຂະຫຍາຍຕົວ​ຢ່າງ​ປອ​ດ​ໃສ​ແລະ​ໝັ້ນທ່ຽງ.

ທ່ານ​ນາງ​ຈ່ຽງອີ​ກ່າ​ວວ່າ, ​ໃນ 4 ​ເດື່ອ​ນທີ່​ຜ່ານ​ມາ, ຈີນ​ເຢຍລະ​ມັນ​ໄດ້​ທຳ​ຄວາມ​ພະຍາຍາມ​ອັນ​​ໃຫຍ່ຫຼວງ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ປະກົດ​ຕົວ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າ​ຍ. ​ເຢຍລະ​ມັນ​ໄດ້​ກ່າວ​ຕໍ່​ຈີນ​ຢ່າງ​ຈະ​ແຈ້ງວ່າ, ​ເຢຍລະ​ມັນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງນຳ​ການ​ຂະຫຍາຍ​ກາ​ນ​ພົວພັນ​ກັບ​ຈີນ, ຈະ​ສືບ​ຕໍ່​ຍຶດໝັ້ນ​ປະຕິ​ບັດ​ນະ​ໂຍບາຍ​ຈີນ​ດຽວຢ່າງ​ເດັດດ່ຽວ, ຮັບຮູ້ວ່າ, ​ໄຕ້​ຫວັນ​ແລະ​ຕິ​ເບ​ດ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນ, ​ເດັດດ່ຽວ​ຄັດຄ້ານ​ໄຕ້​ຫວັນ​ຈັດ "ການ​ຢັ່ງ​ປະຊາ​ມະຕິ​ເພື່ອເຂົ້າ​​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ", ບໍ່​ສະໜັບ​ສະໜູນ, ​ແລະບໍ່​ສົ່ງ​ເສີມຄວາມ​ພະຍາຍາມ​ໃດໆທີ່​ມີ​ເຈດ​ຕະນາ​ຢາກໃຫ້​ຕິ​ເບດ​ເປັນ​ເອກະລາດ. ຈີນ​ຫວັງ​​ໃຫ້​ເຢຍລະ​ມັນ​​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ, ​ເອົາ​ໃຈ​​ໃສ່ນຳຄວາມ​ສົນ​ໃຈ​ອັນ​ໃຫຍ່ຫຼວງ​ໃນ​ບັນຫາຜົນ​ປະ​ໂຫຍ​ດ​ໃຈກາງຂອງ​ຈີນ​ຢ່າງ​ເຕັມ​ທີ່.