ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-22 20:49:11    
ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ປາ​ກີ​ສະ​ຖານ​ແມ່ນ​ນະ​ໂຍ​ບາຍ​ຂອງ​ຈີນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 22 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ປາ​ກີ​ສະຖານ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຈີນ, ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ​ແມ່ນ​ນະ​ໂຍບາຍ​ທີ່​ກຳນົດ​ແລ້ວຂອງ​ຈີນ. ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປາ​ກີ​ສະຖານ, ທຳ​ຄວາມ​ພະຍາຍາມ​ເພື່ອ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ປາ​ກີ​ສະຖານ​ຢ່າ​ງບໍ່​ຢຸດ​ຢັ້ງ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມັງກ​ອນນີ້, ມີ​ນັກ​ຂ່າວ​ຖາມ​ວ່າ, ​ນາຍົກ​ລັດຖະ​ມົນຕີ​ອິນ​ເດຍ​ໄດ້​ຢ້ຽມຢາມ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້, ການ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ເດຍຈະ​ມີ​ຜົນ​ສະທ້ອນ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ​ຫຼື​ບໍ່?

ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ຈີນ​ກັບ​ອິນ​ເດຍ​ໃນ​ຖານະກໍ່​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ​ແລະ​ເປັນ​ປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ສຳຄັນ, ການ​ປັບ​ປຸງ​ແລະ​ຂະ​ຫຍາຍ​ການ​ພົວພັນ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ໃຜລາວ​ທໍ່​ນັ້ນ, ຍັງມີ​ຜົນ​ດີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຂອງ​ພາກ​ພື້ນ​ນີ້. ພ້ອມ​ກັນ​ນັ້ນ, ທ່ານ​ນາງ​ຈ່ຽງອີ​ຍັງ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ອິນ​ເດຍ​ແລະ​ປາ​ກີ​ສະຖານ, ຈີນ​ສະໜັບ​ສະໜູນ​ອິນ​ເດຍກັບ​ປາ​ກີ​ສະຖານປັບປຸງ​ການ​ພົວພັນ​​ໃຫ້​ດີ​ມາ​ໂດຍ​ຕະຫຼອດ.