ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-23 15:16:37    
ຈີນ​ຈະ​ປະ​ຕິ​ບັດ​ຍຸດ​ທະ​ສາດ​​ເປີດ​ປະ​ຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ​ແລະບໍ່​ມີ​ໃຜ​ເສຍ​ປຽບ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ

cri
ຕາມ​ຂ່າວສາ​ນຊີ​ນຮວາ: ວັນ​ທີ 23 ມັງກອນ​ນີ້ ຂ່າວສານ​ຊີ​ນຮວາ ​ໄດ້​ປະກາດ​ບົດ​ຄວາມ​ກ່າວ​ວ່າ, ກອງ​ປະຊຸມ​ໃຫຍ່​ຄັ້ງທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ຊີ້​ອອກ​ວ່າ, ຈີນຈະ​ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະບໍ່​ມີ​ໃຜ​ເສຍປຽບ​ຢ່າງ​ສະ​ເຫມີ​ຕົ້ນສະ​​ເຫມີ​ປາຍ.ຈີນ​ເດັດຂາດ​ບໍ່​ເຮັດ​ເລື່ອງ​ທີ່​ທຳລາຍ​ຜູ່​ອື່ນ​​ເພື່ອ​​ຜົນ​ປະ​ໂຫຍ​ດ​ຂອງຕົວ​ເອງ,​ແລະ​ເປັນ​ປໍ​ລະ​ປັກ​ກັບ​ປະ​ເທດ​ອ້ອມ​ຂ້າງ.ບົດ​ຄວາມ​ເຫັນ​ວ່າ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຫລັກ​ຫມັ້ນອັນ​ເດັດດ່ຽວ​ຫນຽວ​ແຫນ້ນ​ຂອງ​ປະຊາຊົນ​ຈີນ​ທີ່​ຕ້ອນຮັບ​ການ​ທ້າ​ທາຍ​ຂອງ​ເສ​ດຖະກິດ​ໂລກາ​ພິວັດ​ແລະ​ສະ​ແຫວ​ງຫາການ​ພັດທະນາ​ໃນຂະນະ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ດ້ວຍ​ທ່າ​ທີ​ອັນຕັ້ງຫນ້າ.

ບົດ​ຄວາມ​ກ່າວ​ວ່າ, ຈີນ​ບັນລຸ​ການ​ພັດທະນາ​ຕົນ​ເອງ​ດ້ວຍ​ການ​ເປີດ​ປະຕູ,ກໍ່​ໄດ້​ນຳ​ເອົາ​ໂອກາດ​ພັດທະນາ​ມາ​ໃຫ້​ປະ​ເທດ​ອື່ນໆ,​ໄດ້​ຊຸກ​ຍູ້​ການ​ພັດທະນາ​ພ້ອມ​ກັນ, ທັງ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້ຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ຈີນ,ທັງນຳ​ເອົາ​ໂອກາດ​ແກ່​ປະຊາຊົນ​ໂລກ.ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ຕື່ມ​ອີກ,ຂະຫນາດ​ຕະຫລາດ​ຂອງ​ຈີນ,ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຂອງ​ຈີ​ນຍ່ອມ​ຈະເປີດ​ກວ້າງ​ອອກ​ຕື່ມ​ອີກ,ນີ້​ຈະ​ສ້າງ​ໂອກາດ​ພັດທະນາ​ຍິ່ງ​ຫລາຍ​ກວ່າ​ເກົ່າມາ​ໃຫ້​ໂລກ.

ບົດ​ຄວາມ​ກ່າວ​ວ່າ, ການ​ພັດທະນາ​ໃຫ້​ເຂັ້ມ​ແຂງ​ຂອງ​ຈີນ​ກໍ່​ແມ່ນ​ການ​ພັດທະນາ​ໃຫ້​ເຂັ້ມ​ແຂງ​ຂອງ​ກຳລັງ​ສັນຕິພາບ​ໃນ​ທົ່ວ​ໂລກ.