ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-23 18:04:42    
ໃນ​ໄລ​ຍະ​ຈັດ​ງານ​ກີ​ລາ​ໂອ​ລິ​ມປິກ​ ປັກ​ກິ່ງ​ຈະ​ຫຼຸດ​ຜ່ອນ​ຍວດ​ຍານ​ພະ​ຫະ​ນະ​ຊະ​ນິດ​ຕ່າງໆ 50% ຂຶ້ນ​ໄປ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ໃນ​ໄລຍະຈັດ​ງານ​ກີລາ​ໂອ​ລິ​ມປິກ​ປັກ​ກິ່ງ, ປັກ​ກິ່ງ​ຈະ​ປະຕິບັດ​ມາດ​ຕະການ​ຄຸ້ມ​ຄອງ​ຍວດ​ຍານ​ພະ​ຫະນະ​ຊະນິດ​ຕ່າງໆ​ຢ່າງ​ເຂັ້ມ​ງວດ, ຫຼຸດຜ່ອນ​ການ​ເດີນທາງ​ຂອງ​ຍວດ​ຍານ​ພະ​ຫະນະ​ຊະນິດ​ຕ່າງໆລົງ 50% ຂຶ້ນ​ໄປ.

ວັນ​ທີ 22 ມັງກອນ​ນີ້, ​ໃນ​ເວລາ​ແນະນຳ​ມາດ​ຕະການ​ຮັບປະກັນ​ຄົມມະ​ນາຄົມ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ກຳມະການ​ຮົງ​ກົງ​ແລະ​ມາ​ກາວ​ຂອງ​ສະພາ​ເປິກສາ​ການ​ເມືອງ​ປັກ​ກິ່ງ, ຜູ້​ຮັບ​ຜິດ​ຊອບ​ຂະ​ແໜງ​ການ​ຄົມມະ​ນາຄົມ​ປັກ​ກິ່ງ​ໄດ້​ແຈ້ງ​ຂ່າວ​ດັ່ງກ່າວ. ຜູ້​ຮັບຜິດຊອບ​ຜູ້​ນີ້​​ແຈ້ງວ່າ, ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ໃນປີ​ນີ້, ຍວດ​ຍານ​ພະ​ຫະນະ​ຊະນິດ​ຕ່າງໆ​ໃນປັກ​ກິ່ງຈະ​ມີ 3 ລ້ານ 3 ​ແສນ​ຄັນ​ຂຶ້ນ​ໄປ, ສະພາບ​ການ​ລົດ​ຕິດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ. ປັກ​ກິ່ງ​ຈະ​ປະຕິບັດ​ມາດ​ຕະການ​ຕ່າງໆ​ເຊັ່ນ: ຫຼຸດ​ຜ່ອນ​ການ​ເດີນທາງ​ຂອງ​ຍວດ​ຍານ​ພະ​ຫະນະ​ຊະນິດ​ຕ່າງໆ, ​ເພີ່ມ​ທະວີ​ການ​ຂົນ​ສົ່ງ​ຂອງລົດ​ເມ​ເພື່ອ​ຮັບປະກັນ​ການ​ບໍລິການ​ຂົນ​ສົ່ງ​​ໃນ​ສັງຄົມ.