ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-24 18:41:22    
ຂະ​ບວນ​ການ​ເຈ​ລະ​ຈາ 6 ຝ່າຍ​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳ​ຄັນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 24 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ, ​ຂະ​ບວນ​ການ​ເຈລະຈາ 6 ຝ່າຍ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ຄ່ອຍໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ​ຈຳນວນ​ໜຶ່ງ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ກະຊວງ​ການ​ຕ່າງ​ປະ​ເທດ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ​ນີ້, ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ປະຈຸ​ບັນ, ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ທີ່​ຢົງ​ປຽງ​ຂອງ​ສ.ປ.ປ​ເກົາຫຼີ​ສ່ວນ​ຫຼາຍ​ບໍ່​ສາມາດ​ຜະລິດ​ໄດ້​ແລ້ວ, ການ​ຊ່​ອຍ​ເຫຼືອວັດ​ສະດຸ​ເຂົ້າແທນ​ເຊັ່ນ​ນ້ຳມັນ​ໜັກ​ໃຫ້ສ.ປ.ປ​ເກົາຫຼີຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກໍ່​ໄດ້​ປະຕິບັດ​ຢ່າງ​ເປັນ​ກ້າວໆ, ການ​ພົວພັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ກໍ່​ໄດ້​ມີ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ໃນ​ລະດັບ​ຕ່າງ​ກັນ. ຫວັງ​ໃຫ້​ຝ່າຍ​ຕ່າງໆ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຮອບດ້ານ​ແລະ​ສະ​ໝ່ຳສະ​ເໝີ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ອົດທົນ​ຕາມ​ຫຼັກການ​ທີ່​ການ​ເຄື່ອນ​ໄຫວ​ຕໍ່ການ​ເຄື່ອ​ນ​ໄຫວ, ປະຕິບັດ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ທີ​ສອງ​ຢ່າງ​ແທ້​ຈິງ​ໂດຍ​ໄວ.