ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-24 19:20:48    
ດາວ​ທຽມ​ສຳ​ຫຼວດ​ຊັບ​ພະ​ຍາ​ກອນ​ທີ່​ຊັດ​ເຈນ​ສູງ​ໜ່ວຍ​ທຳ​​ອິດ​ຂອງ​ຈີນ​ມອບ​ໃຫ້​ນຳ​ໃຊ້​ແລ້ວ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ24​ມັງກອນ​ນີ້,ດາວ​ທຽມ​ສຳ​ຫຼວດຊັບພະຍາກອນ​​ໂລກ​ຈີນ​ເບຼຊິນ02B ​ເຊິ່ງ​ເປັນ​ດາວ​ທຽມ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ທີ່​ສາ​ມາດ​ສະ​ໜອງ​ຂໍ້​ມູນ​ຮູບ​ພາບ​ທີ່​ມີ​ລະ​ດັບ​ຄວາມ​ຊັດ​ເຈນ​ສູງ​ໃຫ້​ແກ່​ຂະ​ແໜງ​ການ​ຕ່າງໆ​ນັ້ນ​ໄດ້​ມອບ​ໃຫ້​ຈີນ​ແລະ​ເບຼ​ຊິນ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຈາກ​​ພາກ​ສ່ວນ​ຜະ​ລິດ.​ດາວ​ທຽມ​ໜ່ວຍ​ນີ້​ໄດ້​ຕິດ​ຕັ້ງ​ກ້ອງ​ຖ່າຍ​ຮູບ​ສາມ​​ເຄື່ອງ,​ມີ​ຄວາມ​ສາ​ມາດ​ສຳ​ຫຼວດ​ໜ່ວຍ​ໂລກ​ດ້ວຍ​ລະ​ດັບ​ຄວາມ​ຊັດ​ເຈນ​ສູງ ກາງ​ແລະ​ຕ່ຳ.

ວຽກ​ງານ​ຄົ້ນຄວ້າ​ຜະລິດດາວ​ທຽມ​ໜ່ວຍ​ນີ້​ເລີ່​ມ​ແຕ່​ປີ2004,ຝ່າຍ​ຈີນ​ຮັບ​ຜິດ​ຊອບ​ໜ້າ​ທີ່ ການ​ຄົ້ນ​ຄວ້າ​ຜະ​ລິດ​70%,​ຝ່າຍ​ເບຼ​ຊິນ​ຮັບ​ຜິດ​ຊອບ​30%.​ວັນ​ທີ​19​ກັນ​ຍາ​ປີ​2007,​ດາວ​ທຽມ​ໜ່ວຍ​ນີ້​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຈາກ​ສູນ​ສົ່ງ​ດາວ​ທຽມ​ໄທ້​ຢວນ​ຂອງ​ຈີນ,​ແລະ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ.