6 ປະເທດບັນລຸຄວາມເຫັນເອກະສັນກັນຕໍ່ຮ່າງມະຕິກ່ຽວກັບບັນຫານິວເຄຼຍຂອງແຫຼມເກົາຫຼີແມ່ນຜົນສຳເລັດຂອງການເປິກສາຫາລືຂອງຝ່າຍຕ່າງໆ
cri
ຕາມຂ່າວ CRI: ວັນທີ 24 ມັງກອນນີ້, ຢູ່ທີ່ປັກກິ່ງ, ທ່ານນາງຈ່ຽງອີ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງ 6 ປະເທດ ຄື ຈີນ ອາເມລິກາ, ອັງກິດ, ຝະຣັ່ງ, ຣັດເຊຍ, ແລະເຢຍລະມັນທີ່ຈັດຂຶ້ນຢູ່ແບກແລງຂອງເຢຍລະມັນໃນຫວ່າງມໍ່ໆນີ້ໄດ້ບັນລຸຄວາມເຫັນເປັນເອກະສັນກັນຮ່າງມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານ, ນີ້ແມ່ນຜົນ ການເປິກສາຫາລືຂອງຝ່າຍຕ່າງໆ.
ໃນກອງປະຊຸມຂ່າວທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນໃນວັນທີ 24 ມັງກອນນີ້, ທ່ານນາງຈ່ຽງອີກ່າວວ່າ, ເນື້ອໃນຮ່າງມະຕິຂອງ 6 ປະເທດຍັງລວມທັງເຈດຕະນາຂອງຝ່າຍຕ່າງໆທີ່ຢາກສືບຕໍ່ແກ້ໄຂບັນຫາໂດຍຜ່ານການເຈລະຈາດ້ວຍຄວາມພະຍາຍາມທາງການຕ່າງປະເທດ, ຮ່າງມະຕິກໍ່ຊົມເຊີຍ ອີຣານແລະອົງການພະລັງງານປະລະມານູສາກົນທີ່ໄດ້ຮັບຄວາມຄືບໜ້າໃນບັນຫາທີ່ບໍ່ທັນແກ້ໄຂເທື່ອ, ແລະສົ່ງເສີມໃຫ້ເຂົາເຈົ້າສືບຕໍ່ດຳເນີນວຽກງານເພື່ອເລື່ອງນີ້.
|
|