ມູນຄ່າການຄ້າຈີນຣັດເຊຍໃນປີ 2007 ຫຼາຍກວ່າ 48 ຕື້ໂດລາ
cri
Author: m
ຕາມຂ່າວ CRI: ວັນທີ 25 ມັງກອນນີ້, ຢູ່ທີ່ປັກກິ່ງ, ທ່ານເຊີເກ ຊີພລາໂກຟ ຜູ້ແທນການຄ້າຣັດເຊຍປະຈຳຈີນກ່າວວ່າ, ປີ 2007, ມູນຄ່າການຄ້າລະຫວ່າງຈີນກັບຣັດເຊຍຫຼາຍກວ່າ 48 ຕື້ໂດລາ, ເພີ່ມຂຶ້ນ 44% ຂຶ້ນໄປ.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ, ທ່ານຊີພລາໂກຟກ່າວວ່າ, ສາເຫດຕົ້ນຕໍທີ່ເຮັດໃຫ້ການຄ້າລະຫວ່າງຈີນກັບຣັດເຊຍປີ 2007 ເພີ່ມຂຶ້ນຢ່າງວ່ອງໄວກໍ່ແມ່ນຍ້ອນກິດຈະກຳປີມິດຕະພາບທີ່ຈັດຂຶ້ນຢູ່ສອງປະເທດໄດ້ສ້າງ "ຂົວການຄ້າ" ໃຫ້ແກ່ເສດຖະກິດການຄ້າລະຫວ່າງສອງຝ່າຍ, ໄດ້ຊຸກຍູ້ໃຫ້ວົງການການຄ້າສອງປະເທດເພີ່ມຄວາມເຂົ້າໃຈກັນແລະການແລກປ່ຽນກັນ.
ປະຈຸບັນ, ຣັດເຊຍແມ່ນຄູ່ການຄ້າໃຫຍ່ອັນດັບທີ 7 ຂອງຈີນ, ຈີນແມ່ນຄູ່ການຄ້າໃຫຍ່ທີ 3 ຂອງຣັດເຊຍ.
|
|