ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-26 16:42:10    
ປື້​ມ​ "ແນະນຳ​ການ​ກອບ​ກູ້​ສຸກ​ເສີນ​ປັກ​ກິ່ງ" ສະ​ບັບ​ພາ​ສາ​ຕ່າງ​ປະ​ເທດ 8 ພາ​ສາ​ຈະ​ແຈກ​ຢາຍ​ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ​ເຈົ້າໜ້າ​ທີ່​ພະ​ແນ​ກສາທາລະນະ​ສຸກ​ປັກ​ກິ່ງ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ, ພະ​ແນ​ກດັ່ງກກ່າວ​ໄດ້​ພິມ​ປື້​ມ "​ແນະນຳ​ການ​ກອບ​ກູ້​ສຸກ​ເສີນ​ປັກ​ກິ່ງ" ສະ​ບັບ​ພາສາ​ຕ່າງປະ​ເທດ 8 ພາສາ, ຈະ​ແຈກ​ຢາຍ​ໃນ​ໄລຍະ​ງານ​ກິ​ລາ​ໂອ​ລິມ​ປິກ, ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ກິລາ​ແລະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.

​ເນື້ອ​ໃນ​ຂອງປື້​ມ​ແນະນຳ​ດັ່ງກ່າວລວມທັງ​ພາສາ​ທົ່ວ​ໄປ​ໃນ​ການ​ບົ່ງມະຕິ​ແລະ​ການ​ປິ່ນ​ປົວ​ສຸກ​ເສີນ​; ຄຳ​ສັບ​ຂອງ​ພະຍາດ​ທົ່ວ​ໄປ ​ເຊັ່ນ ​ໄຂ້ຫວັດ ຖອກທ້ອງ ​ແລະ​ອື່ນໆ ທີ່​ອາດ​ຈະ​ປະ​ສົບ​ພົບ​ພໍ້. ​ໃນປື້​ມ​ຍັງມີ​ແຜນ​ທີ່​ໂຮງໝໍ​ແລະ​ສູນ​ກອບ​ກູ້​ສຸກ​ເສີນ​ທີ່​​ບໍລິ​ການ​ງານ​ກິ​ລາ​ໂອ​ລິມ​ປິກ, ​ໃນ​ແຜນ​ທີ່​ຄົມມະນາ​ຄົມ​ປັກ​ກິ່ງ ​ໄດ້​ຂຽນ​ຊື່​ຂອງ​ໂຮງໝໍ​​ດ້ວຍ​ພາ​ສາ​ຈີນ​ແລະ​ພາ​ສາ​ອັງກິດ.

ນອກ​ນີ້, ​ໃນ​ເວລາ​ເກີດ​ສະພາບ​ສຸກ​ເສີນ, ນັກ​ກິລາ​ແລະ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ພຽງ​ແຕ່​ຍົກ​ປົກ​ສີ​ແດງ​ແລະ​ປື້​ມ​ ກໍ​ຈະ​ສາມາດ​ດຶງ​ດູດ​ສາຍຕາ​ຂອງ​ຄົນ​ກາງ​ທາງ ພະ​ນັກ​ງານ​​ແພດ​ແລະ​ຕຳ​ຫຼວດ, ​ແລະ​ຈະ​ໄດ້​ຮັບ​ການ​ກອບ​ກູ້​ປິ່ນປົວ​ພາຍ​ໃນ​ເວ​ລາ​ສັ້ນ​ທີ່​ສຸດ.