ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-27 16:26:21    
ຮອດ​ປີ 2015 ບ້ານ​ບໍລິ​ຫານ​ຂອງ​ຈີນ 6 ​ແສນ 4 ໝື່ນ​ບ້ານ​ຈະ​ສ້າງ​ຫ້ອງ​ສະ​ໝຸດ​ຊາວ​ກະ​ສິ​ກອນ

cri Author: lm

ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້ ​ເຈົ້າໜ້າ​ທີ່​ກົມ​ການ​ໜັງສືພິມ​ແລະ​ພິມ​ຈຳ​ໜ່າຍ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວວ່າ, ຕາມ​ແຜນການ​ຂອງ​ລັດຖະບານ​ຈີນ, ຮອດ​ປີ 2015, ບ້ານ​ບໍ​ລິ​ຫານ​ຂອງ​ຈີນ 6 ​ແສນ 4 ໝື່ນ​ບ້ານ​ລ້ວນ​ແຕ່​ຈະ​ສ້າງ "ຫ້ອງ​ສະໝຸດ​ຊາວກະສິ​ກອນ."

"ຫ້ອງ​ສະໝຸດ​ຊາວ​ກະສິກອນ" ​ແມ່ນ​ສ້າງຕັ້ງຂຶ້ນເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງ​ການ​ດ້ານ​ວັດທະນະທຳ​ຂອງ​ຊາວ​ກະສິກອນ ສ້າງຕັ້ງຂຶ້ນຢູ່​ບ້ານ​ບໍລິຫານ ຊາວ​ກະ​ສິ​ກອນ​ຄຸ້ມ​ຄອງ​ໂດຍ​ຕົນ​ເອງ ຫ້ອງ​ສະໝຸດຈະ​ສະໜອງ​ປື້​ມ ໜັງສືພິມ ​ ​ເຄື່ອງ​ໂອ​ດີ​ໂອ​ແລະ​ວີ​ດີ​ໂອ​ໃຫ້​ຊາວ​ກະ​ສິກອນ. ຫ້ອງ​ສະໝຸດ​ແຕ່ລະ​ແຫ່ງ​ຈະ​ມີ​ປື້​ມຢ່າງ​ໜ້ອຍ 1000 ປື້​ມ ໜັງ​ສື​ພິມ​ຫຼື​ວາ​ລະ​ສານ​ຕ່າງໆ 30 ຊະ​ນິດຂຶ້ນ​ໄປ ​ເຄື່ອງ​ໂອ​ດີ​ໂອ​ແລະ​ວີ​ດີ​ໂອ​ຢ່າງ​ໜ້ອຍ 100 ຊະ​ນິດ.

ນັບ​ມາ​ຮອດ​ທ້າຍ​ປີ​ກາ​ຍນີ້, ຈີນ​ໄດ້​ສ້າງຫ້ອງ​ສະໝຸດ​ຊາວ​ກະສິກອນ​ປະ​ມານ 2 ໝື່ນ​ກວ່າ​ແຫ່ງ, ຄາດ​ວ່າ​ຮອດ​ທ້າຍ​ປີ​ນີ້, ຫ້ອງ​ສະໝຸດ​ຊາວ​ກະສິກອນ​ຈະ​ເພີ່ມ​ຂຶ້ນ​ຮອດ​ປະ​ມານ 5 ໝື່ນ​ແຫ່ງ.