ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-29 10:52:22    
ເຈົ້າໜ້າ​ທີ່​ສະຫະພາບ​ເອີ​ລົບ​ກ່າວ​ວ່າ ຈີນ​ສະ​ຫະ​ພາບ​ເອີ​ລົບ​ຈະ​ປະ​ຕິ​ບັດ​ແຜນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 28 ມັງກອນ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ລາສຊີ​ໂອ ​ໂຄ​ວັກ ​ເຈົ້າ​ໜ້າ​ທີ່​ທີ່​ຮັບຜິດຊອບ​ອາກອນ​ແລະດ່ານພາສີຂອງ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ທີ່​ພວມ​ຢ້ຽມ​ຢາມ​ຢູ່​ທີ່​ປັກ​ກິ່ງ​ໄດ້​ກ່າວ​ວ່າ, ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ສະ​ຫະ​ພາບ​ເອີ​ລົບ​ຕື່ມ​ອີກ​ໃນ​ການ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ, ຈີນ​ສະຫະພາບ​ເອີ​ລົບ​ພວມ​ປຶກ​ສາ​ຫາ​ລື​ແຜນ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ອັນ​ລະ​ອຽດ.

​ໃນ​ເວລາ​​ເຈລະຈາ​ກັບ​ທ່ານ​ໂໝວຊິ່ນ​ເຊິ່ງ ຫົວໜ້າ​ກົມ​ພາສີແຫ່ງ​ຊາດ​ຈີນ, ທ່ານ​ໂຄ​ວັກ​ກ່າວ​ວ່າ, ການ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ແມ່ນ​ຫົວ​ຂໍ້​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ, ຈີນ​ສະຫະພາບ​ເອີ​ລົບ​ໄດ້​ເລີ່​ມຄົ້ນຄວ້າ​ເນື້ອ​ໃນ​ລະ​ອຽດ​ກ່ຽວ​ກັບ​ແຜນການ​ນີ້​ແລ້ວ.

​ໃນ​ການ​​ເຈລະຈາລະ​ຫວ່າງ​ຜູ້ນຳ​ຈີນ​ສະຫະພາບ​ເອີ​ລົບ​ຄັ້ງທີ 10 ທີ່​ຈັດ​ຂຶ້ນ​ໃນ​ປີ​ກາຍ​ນີ້, ຈີນ​ສະຫະພາບ​ເອີ​ລົບ​ທັງ​ສອງ​ຝ່າຍ​ໄດ້​ກ່າວ​ຢ່າງ​ຄັກ​ແນ່​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ດ່ານ​ພາສີ​ໃນ​ຂົງ​ເຂດ​ການ​ປະຕິບັດ​ກົດໝາຍ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ, ​ແລະ​ປະຕິບັດ​ແຜນການທີ່​ມີ​ຈຸດປະສົງ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ຄວາມ​ສະ​ດວກ​​ໃນ​ການ​ຄ້າ​ລະຫວ່າງ​ຈີນ​ສະຫະພາບ​ເອີ​ລົບ.