ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-29 10:55:52    
ການ​ກໍ່ສ້າງ​ສະໜາມກິລາ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 28 ມັງກອນ​ນີ້, ທ່ານ​ເສີນ​ກ່າງ ຮອງ​ເຈົ້າຄອງ​ນະຄອນ​ຫຼວງ​ປັກ​ກິ່ງ ຜູ້​ບັນ​ຊາ​ການການ​ກໍ່ສ້າງ​ໂຄງການ 2008 ນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກຄັ້ງທີ 29, ປັກ​ກິ່ງ​ຕ້ອງ​ການ​ກໍ່​ສ້າງ​ສະ​ໜາມ​ກິ​ລາ​​ໃນ​ຮົ່ມແລະ​ສະໜາມກິລາ​ກາງ​ແຈ້ງສຳລັບ​ການ​ແຂ່ງຂັນ 31 ​ແຫ່ງ ​ແລະ​​ສຳ​ລັບ​ການ​ຝຶກ​ແອບ​ຝຶກ​ແບບ 45 ​ແຫ່ງ. ມາ​ຮອດ​ປັດຈຸບັນ, ນອກຈາກ​ສະໜາມກິລາ​ແຫ່ງ​ຊາດ​ໃກ້​ຈະ​ສຳ​ເລັດ​ການ​ກໍ່​ສ້າງ, ສະໜາມ​ແຂ່ງຂັນອີກ 30 ​ແຫ່ງ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ​ສະໜາມ​ຝຶກ​ແອບ​ກໍ​ໄດ້​ສ້າງ​ສຳ​ເລັດ 44 ​ແຫ່ງ​ແລ້ວ.

ທ່ານ​ເສີນ​ກ່າງ​ກ່າວ​ວ່າ, ປັກ​ກິ່ງ​ໄດ້​ປະຕິບັດ​ຕາມ​ຄຳ​ສັນ​ຍາ​ທີ່​ວ່າ "ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ແບບ​ປະຢັດ". ການ​ລົງທຶນ​ໃນ​ການ​ກໍ່ສ້າງ​​ສະໜາມ​ກິ​ລາ​​ແຂ່ງ​ຂັນ 31 ​ແຫ່ງ​ໄດ້​ຖືກ​ຄວບ​ຄຸມ​ໄວ້​ຢູ່​​ໃນງົບປະມານ 13 ຕື້​ຢວນ.