ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-29 17:30:54    
ຈີນ​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ໃນ​ດ້ານ​ຜະ​ລິດ​ຄຳ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕາມ​ຕົວ​ເລກ​ຫຼ້າ​ສຸດ​ຂອງ​ສະ​ມາ​ຄົມ​ຄຳ​ຂອງ​ຈີນ,ປີ​ກາຍ​ນີ້,​ປະ​ລິ​ມານ​ການ​ຜະລິດ​ຄຳ​ຂອງ​ຈີນ​ບັນລຸ270​ກວ່າໂຕນ,​ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ອັນ​ດັບ​ສອງຂອງ​ໂລກ​ໃນ​ດ້ານ​ຜະ​ລິດ​ຄຳ.

ຂ່າວ​ແຈ້ງວ່າ, ນັບ​ແຕ່​ກາງ​ຊຸມ​ປີ1990​ມາ​ນີ້,ກຳລັງ​ຕົວ​ຈິງ​ຂອງ​ອຸດ​ສາ​ຫະ​ກຳ​ຄຳ​ຂອງ​ຈີນ​ໄດ້​ເພີ່ມ ​ຂຶ້ນ​ເລື້ອຍໆ,​ໃນ5​ປີ​ທີ່​ຜ່ານ​ມາ,​ຜົນ​ຜະ​ລິດ​ຄຳ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​34%.​ໃນ​ດ້ານການ​ສຳ​ຫຼວດບໍ່​ຄຳ,​ພຽງ​ແຕ່​ປີ2007​ຮອດ​ປັດ​ຈຸ​ບັນ,​ຈີນ​ກໍ່​ໄດ້​ຄົ້ນ​ພົບ​ບໍ່​ຄຳ​ຂະ​ໜາດ​ໃຫຍ່​5​ແຫ່ງ.

ນັບ​ແຕ່​ປີ​1905​ຮອດ​ປີ​2007,​ຜົນ​ການ​ຜະ​ລິດ​ຄຳ​ຂອງ​ອາ​ຟິຼກ​ກາ​ໃຕ້​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ມາ​ຕະ​ຫຼອດ.