ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-30 10:38:21    
ການຮ້ອງຂໍລິຂະສິດການ​ປະ​ດິດ​ສ້າງ​ຂອງ​ຈີນ​ໃນ​ປີ​ກາຍ​ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ປີ 2006

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ຈຳນວນ​ການຮ້ອງ​ຂໍ​ລິ​ຂະ​ສິດ​ການ​ປະດິດ​ສ້າງ​ທີ່​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ຮັບ​ຊຳລະນັ້ນ, ພາຍໃນປະເທດມີ 1 ແສນ 5 ໝື່ນ​ກວ່າ​ລາຍ,​ເພີ່ມ​ຂຶ້ນ 25% ເມື່ອທຽບໃສ່ປີ 2006, ກວມຍອດຈຳນວນການຮ້ອງ​ຂໍ​ລິ​ຂະ​ສິດ​ການ​ປະ​ດິດ​ສ້າງ 60% ຂຶ້ນ​ໄປ.

ວັນ​ທີ 29 ມັງກອນ​ນີ້, ທ່ານ​ຖຽນລີ້​ຜູ ຫົວໜ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຫົວໜ້າ​ພະ​ແນ​ກສິດ​ຊັບ​ສິນ​ທາງ​ປັນຍາ​ທົ່ວ​ປະ​ເທດ​ວ່າ, ​ໃນ​ປີ 2007, ຈຳ​ນວນ​ການຮ້ອງ​ຂໍ​ລິ​ຂະ​ສິດ​ການ​ປະດິດ​ສ້າງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ລ້ວນ​ແຕ່​ໄດ້​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ, ​ແຕ່​​ພາຍ​ໃນ​ປະ​ເທດ​ໄດ້​ຫຼາຍກວ່າຕ່າງປະ​ເທດ​ຢ່າງ​ຈະ​ແຈ້ງ. ນີ້​ສະ​ແດງ​ໃຫ້​ເຫັນ ວ່າ, ຄວາມ​ສາມາດ​ປະດິດ​ສ້າງ​ດ້ວຍ​ຕົນ​ເອງ​ຂອງ​ຈີນ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄຸນ​ນະ​ພາ​ບກໍ​ໄດ້​ເພີ່ມ​ຂຶ້ນຕື່ມ​ອີກ.