ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-30 10:53:09    
ສິງກະ​ໂປ​ກັບ​ອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ກັນ​ສ້າງ​ສູນ​ສິ​ລະ​ປະ​ຢູ່​ເຂດ​ຊົ້ງ​ຈ່ວງ​ນະ​ຄອນ​ຫຼວງ​ປັກ​ກິ່ງ

cri Author: lm

ຕາມ​ຂ່າວສານ​ຈີນ: ສິງກະ​ໂປ​ກັບ​ອິນ​ໂດ​ເນ​ເຊຍ​ຈະ​ຮ່ວມ​ມື​ກັນ​ສ້າງ​ສູນ​ສິ​ລະ​ປະ​ຢູ່​ເຂດ​ຊົ້ງຈ່ວງນະຄອນຫຼວງ​ປັກ​ກິ່ງ, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​​ສິ​ລະ​ປິນ​ໜຸ່ມ​ຂອງ​ສິງ​ກະ​ໂປ​ແລະປະ​ເທດ​ອາຊີ​ອາຄະ​ເນອື່ນໆ​ມາ​ຈັດການ​ວາງສະ​ແດງ ​ແລກປ່ຽນ​ແລະ​ທັດ​ສະ​ນະ​ສຶກສາ​ຢູ່​ປັກ​ກິ່ງ.

​ເນື້ອ​ທີ່​ຫ້ອງ​ວາງສະ​ແດງ​ຂອງ​ສູນ​ດັ່ງກ່າວ​ມີ​ປະມານ 2000 ຕາ​ແມັດ, ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້. ສູນ​ດັ່ງກ່າວ​ມີ​ຈຸດປະສົງ​ໃຫ້​ສິລະ​ປິນຂອງ​ຈີນ​ມີ​ຄວາມ​ຮັບ​ຮູ້​ຕໍ່​ສິ​ລະ​ປະ​ອາຊີ​ອາຄະ​ເນ​ຕື່ມ​ອີກ, ​ແລ້ວ​ກາຍ​ເປັນ​ສູນ​ສິລະ​ປະຍຸກ​ປັດຈຸບັນ​ຂອງ​ອາ​ຊີ, ຕິດ​ຕໍ່​ກັບ​ຈີນ ອາ​ຊີ​ອາຄະ​ເນ​ແລະ​ທົ່ວ​ໂລກ.

​ເຂດ​ຊົ້ງຈ່ວງຫ່າງ​ຈາກ​ປັກ​ກິ່ງ​ໄປ​ທາງ​ຕາ​ເວັນ​ອອກ 23 ກິ​ໂລ​ແມັດ, ​ແມ່ນ​ເຂດ​ສິ​ລະ​ປະຍຸກ​ປັດຈຸບັນ​ທີ່​ສຳຄັນຂອງ​ຈີນ, ມີ​ສິລະ​ປິນຈີນປະມານ 1500 ຄົນ​ດຳລົງ​ຊີ​ວິດ​ແລະ​ແຕ່ງ​ປະ​ພັນ​ຢູ່​ນີ້. ສິລະ​ປິນ ນັກ​ວິຈານ ຜູ້ກຳກັບການວາງສະແດງ ແລະນັກສະສົມ​ວັດ​ຖຸ​ບູ​ຮານ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ ກໍມາເຕົ້າໂຮມກັນຢູ່ນີ້ຕາມເວລາກຳນົດ, ເພື່ອດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກັນ ແລກ​ປ່ຽນ​ແລະ​ອະພິປາຍກັນ.