|
 |
(GMT+08:00)
2008-01-30 17:17:54
|
 |
ຈີນຈະເພີ່ມທະວີການຕິດຕາມຄຸ້ມຄອງຊັບສິນແຫ່ງລັດຕື່ມອີກ
cri
ຕາມຂ່າວ CRI : ວັນທີ 30 ມັງກອນນີ້ ຢູ່ເມືອງຈູ່ຫ້າຍ ຕົວເມືອງພາກໃຕ້ຂອງຈີນ, ທ່ານລີຢົງຢົງ ຫົວຫນ້າຄະນະກຳມະການຕິດຕາມຄຸ້ມຄອງຊັບສິນແຫ່ງລັດຈີນກ່າວວ່າ, ຈີນຈະເພີ່ມທະວີການຕິດຕາມຄຸ້ມຄອງຊັບສິນແຫ່ງລັດຕື່ມອີກ.
ທ່ານລີຢົງຢົງໄດ້ກ່າວຄວາມນີ້ໃນກອງປະຊຸມວຽກງານຕິດຕາມຄຸ້ມຄອງຊັບສິນແຫ່ງລັດທົ່ວປະເທດຈີນ.ທ່ານກ່າວວ່າ, ນັບມາຮອດປັດຈຸບັນ, ແຂວງ ເຂດແລະກຳແພງນະຄອນສ່ວນຫລາຍຂອງຈີນໄດ້ສຳເລັດການສ້າງຕັ້ງອົງການຕິດຕາມຄຸ້ມຄອງຊັບສິນແຫ່ງລັດໃນຂັ້ນພື້ນຖານແລ້ວ.ທົ່ວປະເທດລວມໄດ້ວາງກົດລະບຽບທ້ອງຖີ່ນແລະເອກະສານແບບສະບັບ 1600 ກວ່າສະບັບກ່ຽວກັບການຄຸ້ມຄອງຊັບສິນແຫ່ງລັດ.
ທ່ານລີຢົງຢົງກ່າວວ່າ, ຕໍ່ໄປເມືອຫນ້າ, ຈີນຈະເພີ່ມທະວີການຄຸ້ມຄອງສິດຊັບສິນແຫ່ງລັດຕື່ມອີກ,ຫັນຈຸດຫນັກຕິດຕາມຄຸ້ມຄອງໄປສູ່ການໂອນຫຸ້ນສ່ວນແຫ່ງລັດຂອງບໍລິສັດທີ່ຂຶ້ນທະບຽນໃນຕະຫລາດຫລັກຊັບ,ເພີ່ມທະວີການຄຸ້ມຄອງການກະທຳຂອງຜູ່ຖືຫຸ້ນໃນບໍລິສັດທີ່ລັດຄຸມຫຸ້ນ, ຮັບປະກັນໃຫ້ການສັບຊ້ອນຊັບສິນຂອງບໍລິສັດທີ່ຂຶ້ນທະບຽນໃນຕະຫລາດຫລັກຊັບເປັນແບບສະບັບ.
|
|
|