ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-30 19:15:00    
ສະ​ພາ​ຄວາມ​ໝັ້ນ​ຄົງ​ຕົກ​ລົງ​ບໍ່​ຫາ​ລື​ຮ່າງ​ຖະ​ແຫຼງ​ການ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ກາ​ຊາ​ອີກ​

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29​ມັງກອນ​ນີ້,ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຕົກລົງ​ບໍ່​ຫາ​ລື​ຮ່າງ​ຖະ​ແຫຼງ​ການ​ປະທານ​​ກ່ຽວ​ກັບ​ບັນຫາ​ວິ​ກິດ​ການ​ມະນຸດ​ສະ​ທຳ​ກາຊາ​ອີກ.

ທ່ານ​ເກ​ຍດາລາ ​ເອັດຕາ​ນຮີ ປະທານ​ໝູນວຽນ​ເດືອນ​ນີ້​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະ​ຫະ​ປະ​ຊາ​ຊາດ ​ເອກ​ອັກຄະ​ລັດ​ຖະ​ທູດ​ລີ​ບີ​ປະ​ຈຳ​ສະ​ຫະ​ປະຊາ​ຊາດ​ບອກ​ນັກ​ຂ່າວ​ວ່າ,​ໃນ​ວັນ​ທີ​29​ມັງ​ກອນ​ນີ້,ສະພາ​ຄວາມ​ໝັ້ນ​ຄົງ​ໄດ້​ປຶກ​ສາ​ຫາ​ລື​ຖະ​ແຫຼງ​ການ​ສະ​ບັບ​ຮ່າງ,​ແຕ່ປະກົດ​ເຫັນ​ວ່າ​ບໍ່​ສາ​ມາດ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ບັນຫາ​ນີ້.​ທ່ານ​ກ່າວ​ວ່າ,ອາ​ເມ​ລິ​ກາ​ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ດັດ​​ແກ້​ຈຳນວນ​ໜຶ່ງ​ທີ່​ສະ​ເໜີ​ໂດຍ​ລີ​ບີ,ຈົນ​ເຮັດ​ໃຫ້​ການ​ປຶກ​ສາ​ຫາ​ລື​ຈຳ​ເປັນ​ຕ້ອງ​ຢຸດ​ສະ​ງັກ.

ບຸກຄົນ​ການ​ຕ່າງປະ​ເທດສະຫະປະຊາ​ຊາດ​ເປີດ​ເຜີຍ​ວ່າ,ອາ​ເມ​ລິ​ກາ​ເຫັນ​ວ່າ,ຂໍ້​ສະ​ເໜີ​ດັດ​ແກ້​​​ໃໝ່​ທີ່​ລີ​ບີ​ວາງ​ອອກ​ນັ້ນ​ບໍ່​ໄດ້​ກ່າວ​ປະ​ນາມ​ການ​ກະ​ທຳ​ຂອງ​ຜູ້​ປະ​ກອບ​ອາ​ວຸດ​​ປາ​ເລັດ ສະ​ຕິນ​ທີ່​ຫຼອນ​ໂຈມ​ຕີ​ອິດ​ສະ​ລະ​ແອນ​ນັ້ນຢ່າງ​ເຂັ້ມງວດ.