ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-31 11:00:18    
ແຂວງ​ຢຸນນາ​ນລົງທຶນ​ກ້ອນ​ໃຫຍ່​ສ້າງ​ໂຮງ​ໝໍ​ຂະ​ໜາດ​ໃຫຍ່​ທີ່​ບໍ​ລິ​ການ​ທົ່ວ​ປະ​ເທດ​ແລະ​ອາ​ຊີ​ອາ​ຄະ​ເນ

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ​ໂຮງໝໍ​ເຂດ​​ໃໝ່ເສິງ​ກົ້ງນະຄອນ​ຄຸນ​ມິ​ງ​ແຂວງ​ຢູນ​ນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ເລີ່​ມກໍ່ສ້າງ​ຢ່າງ​ເປັນ​ທາງ​ການ, ນີ້​ແມ່ນ​ໂຄງ​ການ​ໂຮງ​ໝໍ​ທີ່​ໃຫຍ່​ກວ່າ​ໝູ່ຂອງ​ແຂວງ​ຢຸນນານ​ໃນ​ຫຼາຍ​ປີ​ມາ​ນີ້.

​ໂຮງໝໍ​ດັ່ງກ່າວ​ມີ​​ເຖິງ 2000 ຕຽງ, ທຶນ​​ກໍ່ສ້າງເຖິງ 1 ຕື້ 500 ກວ່າລ້ານ​ຢວນ ​ ​ທີ່​ຍັງ​ບໍ່​ທັນ​ລວມ​ເຄື່ອງ​ອຸປະກອນ​ແລະ​ເຟີ​ນີ​ເຈີ​. ​ແຂວງ​ຢຸນນານ​ຕົກລົງ​ວ່າ, ຈະ​ສ້າງ​ໂຮງ​ໝໍ​ດັ່ງ​ກ່າວ​ໃຫ້​​ເປັນ​ໂຮງໝໍ​ສັງ​ລວມທີ່​ມີ​ມາດຕະຖານການ​ປິ່ນປົວ​ສູງ​ທີ່ສຸດ​ຂອງ​ແຂວງ, ເປັນ​ໂຮງ​ໝໍ​ຂະ​ໜາດ​ໃຫຍ່​ທີ່ "ຕັ້ງ​ຫຼັກ​ຢູ່​ແຂວງ​ຢຸນນານ ​ເພື່ອບໍລິການພາກ​ຕາ​ເວັນ​ຕົກ ທົ່ວ​ປະ​ເທດ ​ແລະ​ອາ​ຊີ​ອາ​ຄະ​ເນ,"​ຈະ​ເປັນ​ບ່ອນ​ໂຮມ​ສູນ​ການ​ປິ່ນປົວ ການ​ສຶກສາ ການຄົ້ນຄວ້າ​ວິ​ທະ​ຍາ​ສາດ ການ​ຟື້ນ​ຟູ​ແລະ​ຮັກ​ສາ​ສຸຂະພາບ ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ສາກົນ​ດ້ານ​ແພດ​ສາດ. ​"ສິ່ງ​ແວດ​ລ້ອມ ​ເຄື່ອງ​ມື​ອຸ​ປະ​ກອນ ​ເຕັກນິກ ແລະ​ການ​ບໍລິການຈະຢູ່​ໃນລະ​ດັບ​ກ້າວ​ໜ້າ".

ນອກ​ນີ້, ​ໂຮງໝໍ​​ດັ່ງກ່າວ​ຍັງຈະ​ເປັນ​ໂຮງໝໍລະບົບຮ່ວມຫຸ້ນ​​ທີ່​ບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ແຂວງ​ຢຸນນານ.