ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-01 17:45:28    
ຮອງ​ນາຍົກ​ຈີນ​ກ່າວ​ວ່າ ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​ກໍ່​ສ້າງ​ເມືອງ​ຊີ​ວະ​ພາບ​ນະ​ຄອນ​ທຽນ​ສິນ ​ເຊິ່ງ​ເປັນ​ໂຄງ​ການ​ຈີນ​ສິງ​ກະ​ໂປ​ຮ່ວມ​ມື​ກັນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈະຕັ້ງ​ໜ້າ ຊຸກ​ຍູ້​ຂະ​ບວນການ​ກໍ່ສ້າງ​ເມືອງ​ຊີວະ​ພາບ​ນະຄອນ​ທຽນ​ສິນ ​ເຊິ່ງ​ເປັນ​ໂຄງການ​ຈີນ​ສິງ​ກະ​ໂປ​ຮ່ວມ​ມື​ກັນ.

ວັນ​ທີ 31 ມັງກອນ​ນີ້, ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ຄະນະ​ກຳ​ມະ​ການ​ວຽກ​ງານ​ປະສົມ​ເມືອ​ງ ຊີວະ​ພາບນະຄອນ​ທຽນ​ສິນຈີນ​ສິງກະ​ໂປ​ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ທຽນ​ສິນ. ທ່ານ​ນາງ​ອູ​ອີ​ໄດ້​ກ່າວ​ຢູ່​ທີ່​ປະ​ຊຸມ​ວ່າ, ລັດຖະບານ​ຈີນ​ແລະ​ສິງກະ​ໂປ​ຕົກລົງ​ຮ່ວມ​ມື​ກັນ​ກໍ່​ສ້າງ​ເມືອງ​ຊີ​ວະ​ພາບ​ນະຄອນ​ທຽນ​ສິນ​ຈີນ​ສິງກະ​ໂປ, ນີ້​ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທະ​ສາດ​ແລະ​ຄວາມ​ໝາຍ​ພາກ​ຕົວ​ຈິງ​ທີ່​ສຳຄັນ. ການ​ຮ່ວມ​ມື​ກັນ​ກໍ່ສ້າງ​ເມືອງ​ຊີວະ​ພາບ, ຈະ​ມີ​ຜົນ​ດີ​ຕໍ່​ການ​​ເປັນ​ແບບ​ຢ່າງ​ໃໝ່​ໃຫ້​ແກ່ການ​ພັດທະນາ​ຕົວ​ເມືອງ​ທີ່​ປະຢັດ​ຊັບພະຍາກອນ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ມີ​ປະ​ສິດ​ທິ​ຜົນ​ສູງ​ດ້ານ​ເສດຖະກິດ ​ແລະສັງຄົມ​​ກົມກຽວ​ກັນ.