ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-01 17:55:59    
ວຽກ​ງານ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ມີ​ຄວາມ​ຄືບ​ໜ້າ​ແບບ​ກ້າວ​ກະ​ໂດດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫຼາຍປີ​ມາ​ນີ້,ວຽກ​ງານ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ແບບ​ກ້າວ​ກະ​ໂດດ.

ວັນ​ທີ31​ມັງກອນ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ວຽກ​ງານ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່ບໍ່​ແມ່ນ​ວັດຖຸ​ແລະ​ປື້​ມບູຮານ​ທີ່​ຈັດ​ຂຶ້ນ​ໂດຍ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ວ່າ,ປີ2006,​ລັດ​ຖະ​ບານ​ຈີນ​ໄດ້​ອະນຸ​ມັດ​ໃຫ້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ປະ​ເທດ​ງວດ​ທຳ​ອິດ ​ເຊິ່ງ​ມີ​500​ກວ່າ​ລາຍ.​ນັບ​ມາ​ຮອດ​ປະ​ຈຸ​ບັນ​ນີ້,​ແຂວງ ​ເຂດ​ປົກ​ຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະ​ຄອນ​ຕ່າງໆ​​ໄດ້​ສ້າງ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະດັບ​ແຂວງ​3800​ກ​ວ່າ​ລາຍ.​ສິ​ລະ​ປະ​ງິ້ວ​ຄຸ່ນ​ສູ ພິນ​ບູຮານ ສີ​ລະ​ປະ​ມູ​ຄາມ​ເຜົ່າ​ເວ​ເວີ​ຊິນ​ຈຽງ​ພ້ອມ​ດ້ວຍ​ເພງ​ພື້ນ​ເມືອງ​ທຳ​ນອງ​ຍາວ​ເຜົ່າ​ມົງ​ໂກນ​ທີ່​ຮ້ອງ​ຂໍ​ພ້ອມ​ກັນ​ກັບປະ​ເທດ​ມົງ​ໂກ​ລີ​ນັ້ນ​ໄດ້​ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ບົດ​ປະ​ພັນ​ທີ່​ເປັນ​ຕົວ​ແທນ​ມໍ ລະ​ດົກ​ທາງ​ປາກ​ແລະ​ມໍ​ລະ​ດົກ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ມະ​ນຸດ​ຂອງ​ອົງ​ການ​ຢູ​ເນັສ​ໂກ​ສະ​ຫະ​ປະ ຊາ​ຊາດ.

ທ່ານ​ໂຈ່​ວ​ເຮີ​ພີ​ງ ລັດ​ຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ກ່າວ​ວ່າ,​ປີ​2008,​ຈີນ​ຈະ​ສືບ​ຕໍ່​ອອກ​ແຮງ​ຊຸກ​ຍູ້​ວຽກ​ງານ​ສຳ​ຫຼວດ​ທົ່ວ​ໄປ,ປັບ​ປຸງ​ລະ​ບົບ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ທີ່​ບໍ່​ແມ່ນ​ວັດ​ຖຸ​ສີ່​ລະ​ດັບ ຄື​ລະ​ດັບ​ປະ​ເທດ ລະ​ດັບ​ແຂວງ ລະ​ດັບ​ນະ​ຄອນ​ແລະ​ລະ​ດັບ​ເມືອງ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນ​ເທື່ອ​ລະ​ກ້າວ.