ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-01 19:19:28    
ປັກ​ກິ່ງ​ຈະ​ເພີ່ມ​ທະວີ​ການ​ຕິດ​ຕາມ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ທີ່​ນຳ​ເຂົ້າ​ເພື່ອ​ງານ​ກິ​ລາ​ໂອ​ລິມ​ປິກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ນະຄອນຫຼວງປັກ​ກິ່ງ​ຈະ​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມ​ຄວາມ​ປອດ​ໄພດ້ານ​ຄຸນ​ນະພາ​ບຂອງ​ອາຫານທີ່​ນຳ​ເຂົ້າ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ນັ້ນ​ຕື່ມ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະວີ​ການ​ຈົດ​ທະບຽນ ການ​ສຳ​ຫຼວດ​ແລະ​ຕິດຕາມ​ຄວບ​ຄຸມ​ວັດ​ຖຸ​ດິບ​ຂອງ​ອາ​ຫານ​ນຳ​ເຂົ້າ​ເພື່ອ​ສະໜອງ​ງານ​ກິລາ​ໂອລິ​ມປິກ, ຕໍ່​ອາຫານ​ທີ່​ບໍ່​ໄດ້​ມາດ​ຕະ​ຖານ​ນັ້ນ ຈະ​ສົ່ງ​ຄືນ​ແລະ​ທຳລາຍ​ຢ່າງ​ເດັດຂາດ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ວຽກ​ງານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ກຸມພາ​ນີ້.

ທ່ານ​ຈ່າງ​ຈື້ຄ່ວນ ຫົວໜ້າ​ຫ້ອງການ​ປະສານ​ງານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ກ່າວ​ວ່າ, ປີ​ນີ້ ນະຄອນ​ຫຼວງປັກ​ກິ່ງ​ຈະ​ເລີ່​ມນຳ​ໃຊ້​ລະບົບ​ຕິດ​ຕາມ​ຄວບ​ຄຸມ​ແລະ​ສຳ​ຫຼວດ​ແຫຼ່ງທີ່ມາ​ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ຮອບ​ດ້ານ, ຈັດ​ຕັ້ງ​ປະ​ຕິບັດ​ລະ​ບົບ​ຈົດ​ທະບຽນວັດຖຸ​ດິບ​ຂອງອາຫານ ລະບົບຈົ່ງ​ແບບຢ່າງ​ຂອງ​ອາ​ຫານ ລະ​ບົບ​ຖອດ​ເອົາ​ຕົວ​ຢ່າງ​ມາ​ສຳ​ຫຼວດ ​ແລະ​ລະບົບ​ການ​ສຳ​ຫຼວດ​ແຫຼ່ງທີ່​ມາ​ຂອງ​ອາ​ຫານ​ຢ່າງ​ເຂັ້ມ​ງວດ.