ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-04 17:26:40    
ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອິສ​ລາມ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ການ​ສະ​ໜັບ​ສະ​ໜູນ​​ແກ່​ປາ​ເລັສ​ຕິນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 3 ກຸມພາ​ນີ້, ອົງການ​ກອງ​ປະຊຸມ​ອິສລາມ ຫຼື OIC ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະ​ໄໝ​ວິສາມັນ ຢູ່​ນະຄອນ​ເຈ​ດາ ​ເມືອງ​ພາກ​ຕາ​ເວັນ​ຕົກ​ອາ​ລາ​ບີ​ຊາ​ອູ​ດິດ, ​ເພື່ອປຶກສາ​ຫາລື​ສະຖານະ​ການ​ກາຊາ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ພາຍ​ໃຕ້​ການ​ປິດ​ລ້ອມຂອງ​ອິສຣາ​ແອນ, ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​​ເພີ່ມ​ຄວາມ​ແຮງ​​ໃນ​ການ​ສະ​ໜັບສະໜູນ​ປະຊາຊົນ​ປາ​ເລັສຕິນ.

ກອງ​ປະຊຸມ​ເທື່ອ​ນີ້​ຈັດ​ຂຶ້ນມື້ໜຶ່ງ, ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ເວລາ​ອັດ​ປະ​ຊຸມ ​ໂດຍ​ກ່າວ​ເນັ້ນວ່າ, ປະ​ເທດ​ອິສລາມ​ສະໜັບສະໜູນ​ປະຊາຊົນ​ປາ​ເລັສຕິນທຳ​ການ​ຕໍ່ສູ້​ເພື່ອ​ຍາດ​ເອົາ​ສິດ​ອັນ​ຊອບ​ດ້ວຍກົດໝາຍ​ຂອງ​ຕົນຄືນ​ມາ, ​ແລະ​ໃຫ້ການ​ສະໜັບສະໜູນ​ໂດຍ​ດ່ວນ​ຕໍ່​ປະ​ຊາ​ຊົນ​ເຂດ​ກາ​ຊາ ​ໂດຍ​ຜ່ານ​ຈາກ​ອົງການ​ການ​ເງິນ ​ເຊັ່ນ ທະນາຄານ​ພັດທະນາ​ອິສ​ລາມ​ເປັນ​ຕົ້ນ, ​ເພື່ອ​ຜ່ອນ​ຄາຍ​ການ​ຂາດ​ເຂີນ​ອາຫານ ຢຸກຢາ​ແລະ​ວັດຖຸ​ເຊື້ອ​ໄຟ​ອັນ​ໜັກ​ໜ່ວງ​ຂອງ​ທ້ອງ​ຖິ່ນ​ນັ້ນ.

ຖະ​ແຫຼ​ງການ​ໄດ້​ກ່າວ​ປະນາມ​ອິສຣາ​ແອນ​ທີ່​ປິດ​ລ້ອມ​ເຂດ​ກາຊາ​ດ້ານ​ເສດ​ຖະ​ກິດ ​ແລະ​ປິດ​ດ່ານ, ​ເຫັນ​ວ່າ​ນີ້​ແມ່ນ​ນະ​ໂຍບາຍ​ທີ່​ລ່ວງ​ລ້ຳ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ຢ່າງ​ເປີດ​ແປນ.