ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-04 20:32:30    
ອີຣັກປະກາດ​ກົດໝາຍຍັດ​ຕິ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​ໃຫ້​ອະ​ດີດ​ສະ​ມາ​ຊິກ​ພັກ​ຟື້ນ​ສັງ​ຄົມ​ບາ​ອັດ​ອາ​ລັບ​ອີ​ຣັກ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ບານ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 3 ກຸມພາ​ນີ້, ຄະນະ​ກຳມະການ​ປະທານາທິບໍດີ​ອີ​ຣັກ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ, ຍັດຕິກ່ຽວ​ກັບ​ການ​ອະນຸມັດ​ໃຫ້​ສະມາຊິກ​ພັກ​ຟື້ນ​ສັງ​ຄົມ​ບາ​ອັດ​ອາ​ລັບ​ ​ເຊິ່ງ​ແມ່ນ​ພັກ​ກຳ​ອຳນາດ​ຂອງອີຣັກ​ໃນ​ສະ​ໄໝ​ຊັດ​ດາມ​ ດຳລົງ​ຕຳ​ແໜ່ງ​ລັດ​ຖະ​ບານ ທີ່ສະພາ​ແຫ່ງ​ຊາດ​ອີຣັກຮັບຮອງ​ເອົາ​ໃນ​ເດືອນ​ມັງກອນ​ນັ້ນ ​ໄດ້​ກາຍ​ເປັນ​ກົດ​ໝາຍ​ຢ່າງ​ເປັນ​ທາງ​ການ.

ຖະ​ແຫຼງການ​ຊີ້​ອອກ​ວ່າ, ​ເນື່ອງ​ຈາກຫຼາຍ​ມາດຕາ​ໃນ​ຍັດຕິ​ດັ່ງກ່າວມີ​ຄວາມ​ແຕກ​ຕ່າງ​ກັນ​ໜ້ອຍ​ໜຶ່ງ​ກັບ​ຄວາມ​ເຫັນ​ທີ່​ບັນດາ​ຝ່າຍ​ໄດ້​ຕົກລົງ​ກັນ​ກ່ອນ​ໜ້າ​ນີ້, ຄະ​ນະ​ກຳ​ມະ​ການ​ປະ​ທາ​ນາ​ທິບໍດີ​ຈະ​ສະ​ເໜີ​ຍັດຕິ​ດັດ​ແກ້​ຕໍ່ສະພາ​ແຫ່ງ​ຊາດ.

ອີງ​ຕາມ​ລັດຖະທຳ​ມະນູນ​ອີຣັກ, ກົດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ນັ້ນ ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຄະນະ​ກຳມະການ​ປະທານາທິບໍດີ​ກ່ອນ ​ແລ້ວ​ຈຶ່ງ​ມີ​ຜົນ​ບັງ​ຄັບ​ໃຊ້. ປັດ​ຈຸ​ບັນ ຄະນະ​ກຳມະການ​ປະທານາທິບໍດີ​ອີຣັກປະກອບ​ດ້ວຍ​ທ່ານ​ຈາ​ລານ ທາ​ລາ​ບາ​ນີ ປະ​ທາ​ນາ​ທິ​ບໍດີ ທ່ານ​​ໂມ​ຮາ​ເມັດ ຮາ​ເຊ​ມີ ຮອງ​ປະທານາທິບໍດີ​ທີ່​ສັງກັດ​ນິກາຍ​ຊຸນ​ນິດ ​ແລະ​ທ່ານ​ອາ​ດິວ ອາບ​ດຸນ ​ເມ​ຮ໌ດີ ຮອງ​ປະທາ​ນາ​ທິບໍດີ​ທີ່​ສັງກັດ​ນິກາຍ​ຊີ​ອະ. ​ໃນ​ນັ້ນ, ກ່ອນ​ໜ້າ​ນີ້ ທ່ານ​ຮອງ​ປະ​ທາ​ນາທິບໍດີ​ຮາ​ເຊ​ມີ​ເຄີຍ​ກ່າວ​ວ່າຈະ​ບໍ່​ອະນຸມັດ​ຍັດຕິ​ດັ່ງ​ກ່າວ ຍ້ອນ​ຍັດ​ຕິ​ຫ້າມ​ບໍ່​ໃຫ້​ສະ​ມາ​ຊິກ​ຂັ້ນສູງ​ຂອງ​ອະດີດພັກຟື້ນ​ສັງຄົມ​ບາ​ອັດ​ອາ​ລັບ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ບານ.