ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-05 18:44:07    
ອົສຕຼາລີ​ກ່າວ​ຄັດຄ້ານ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້ "ການ​ເອົາ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ເຂົ້າ​​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ"

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 5 ກຸມພາ​ນີ້, ​ທ່ານ​ສະ​ເຕ​ເຟັນ ສະ​ມິດ ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທ​ດອົສຕຼາລີ​ໄດ້​​ເຈລະຈາ​ກັບທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຫຼັງ​ການ​ເຈລະຈາ, ທ່ານ​ສະ​ເຕ​ເຟັນ ສະ​ມິດ​ກ່າວ​ວ່າ, ອົສ​ຕຼາລີ​ປະຕິບັດນະ​ໂຍບາຍ​ຈີນ​ດຽວ​ຢ່າງ​​ເດັດດ່ຽວສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະ​​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ພາ​ໃຫ້​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ​ບໍ່​ໝັ້ນ​ທ່ຽງ.

ທ່ານ​ສະ​ມິດ​ກ່າວ​ວ່າ, ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຊູຊີ​ຈັດການ​ເອົາ​ປະຊາ​ມະ​ຕິ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​ນັ້ນ​ແມ່ນ​ບໍ່​ເໝາະ​ສົມທັງ​ນັ້ນ, ກໍ​ບໍ່​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ກ່າວ​ວ່າ, "ລັດຖະບານ​ອົສຕຼາລີ​ລ້ວນ​ແຕ່​ຕິຕຽນ​ຕໍ່​ເລື່ອງ​ດັ່ງກ່າວ​ໃນ​ກໍລະນີ​ເປີດ​ເຜີຍ​ຫຼື​ບໍ່​ເປັນ​ທາງ​ການ, ​ແລະ​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ, ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ແລະ​ຄວາມ​ກົມ​ກຽວ​ກັນ​ຂອງ​ພາກ​ພື້ນ​ອາຊີຕາ​ເວັນ​ອອກສຽງ​ເໜືອ, ​ໄຕ້​ຫວັນ​ບໍ່​ຄວນ​​ຈັດການ​ເອົາ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວ."