ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-07 20:31:42    
ທະ​ຫານ​ອິດ​ສະ​ລະ​ແອນ​ໂຈມ​ຕີ​ເຂດ​ກາ​ຊາ​ ຊາວ​ປາ​ເລັດ​ສະ​ຕິນ​7​ຄົນ​ຖືກ​ຍິງ​ຕາຍ

cri Author: gj
ຕາມ​ຂ່າວCRI:ວັນ​ທີ7​ກຸມພາ​ນີ້,ກອງ​ທັບ​ປ້ອງ​ກັນ​ຊາດອິດ​ສະລະ​ແອນ​ໄດ້ດຳ​ເນີນການ​ຫຼອນ​ໂຈມ​ຕີ​ຫຼາຍ​ເທື່ອ​ຢູ່​​ພາກ​ເໜືອ​ເຂດ​ກາ​ຊາ,​ຢ່າງ​ໜ້ອຍ​ໄດ້​ຍິງ​ຊາວ​ປາ​ເລັດ​ສະ​ຕິນ​ຕາຍ​7​ຄົນ.​ປະ​ຊາ​ຊົນ​ຢູ່​ແຫ່ງ​ນັ້ນ​ກ່າວ​ວ່າ,​ຕອນ​ຂ້ອນ​ແຈ້ງ​ມື້​ນັ້ນ,​ລົດ​ຕັງ​ແລະ​ລົດ​ດຸດ​ຂອງ​ທະ​ຫານ​ອິດ​ສະ​ລະ​ແອນ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ຍົນ​ລົບ,​ໄດ້ໂຈມ​ຕີ​ເມືອງ​ຈາ​ບານ​ຢາ ຕົວ​ເມືອງ​​ພາກ​ເໜືອ​​ເຂດ​ກາ​ຊາ​ແລະ​ແຫ່ງ​ອື່ນ.

​ໂຄສົກ​ຜູ້​ໜຶ່ງ​ຂອງ​ກຸ່​ມ​ຮາ​ມາສກ່າວ​ວ່າ,ການຫຼອນ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເຮັດໃຫ້​ສະມາຊິກ5ຄົນ ຂອງກຸ່ມ​ຮາ​ມາສ​ເສຍ​ຊີວິດ,​ໃນ​ນັ້ນ​ສອງ​ຄົນ​ແມ່ນ​ຜູ້​ບັນ​ຊາ​ການ.ນອກ​ນີ້,ຍັງມີ​ສະມາຊິກ​ຜູ້​ໜຶ່ງ​ຂອງກຸ່ມຈີ​ຮາດ​​ເສຍ​ຊີວິດ​​ໃນ​ການ​ໂຈມ​ຕີ.

​ໃນ​ມື້ດຽວ​ກັນ,ຍົນລົບ​ອິດ​ສະລະ​ແອນ​ຍັງ​ໄດ້​​ໂຈມ​ຕີ​ເມືອງ​ແບ​ດ ຮາ​ນູນ ຕົວ​ເມືອງ​ທາງ​ພາກ​ເໜືອ​ເຂດ​ກາ​ຊາ,​ຄູ​ສອນ​ຜູ້​ໜຶ່ງ​ເສຍ​ຊີ​ວິດ,​ຍັງ​ມີ​ນັກ​ຮຽນ​3​ຄົນ​ບາດ​ເຈັບ.