ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-11 18:16:23    
ຈີນ​ຈັດ​ວາງ​ວຽກ​ງານ​​ຂົນ​ສົ່ງ​ຫຼັງ​ບຸນ​ກຸດ​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ກຸມພາ​ນີ້, ສູນ​ບັນຊາ​ການ​​ສຸກ​ເສີນ​ກ່ຽວ​ກັບ​ຖ່ານ​ຫີນ​ໄຟ​ຟ້າ​ນ້ຳມັນ​ເຊື້ອ​ໄຟ ການ​ຂົນ​ສົ່ງ ແລະ​​ ການຕ້ານ​ໄພກູ້​ໄພ​​ຂອງ​ລັດ​ຖະ​ບານ​ຈີນ​​ໄດ້​ຈັດ​ກອງ​ປະຊຸມ, ​ເພື່ອ​ຈັດ​ວາງ​ວຽກ​ງານ​​ຂົນ​ສົ່ງ​ຫຼັງ​ບຸນ​ກຸດ​ຈີນ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ​​ໄລຍະ​ພັກ​​ໃນ​ຍາມບຸນ​ກຸດ​ຈີນ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ກະ​ແສ​ຜູ້​ໂດຍສານ​ທີ່​ກັບ​ໄປ​ເຮັດ​ວຽກ​ກໍ​ໃກ້​ຈະ​ມາ​ເຖິງ, ທົ່ວສະພາບ​ການ​ຂົນ​ສົ່ງ​ຍັງ​ຂ້ຽວ​ຂາດ​ຢູ່​ຄື​ເກົ່າ. ກອງ​ປະຊຸມ​ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ອາກາດ​ຢ່າງ​ໃກ້ຊິດ, ​ເພື່ອ​ວາງ​ແຜນ​ຮັບ​ມື​ສຸກ​ເສີນພາຍ​ໃຕ້​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ, ຮັບ​ປະກັນ​ໃຫ້​ເສັ້ນທາງ​ບໍ່​ມີ​ລົດ​ຕິດ; ຕ້ອງ​ອີງ​ຕາມຈຳນວນ​ຜູ້​ໂດຍ​ສານ ຍາມ​ໃດ​ມີ​ຫຼາຍ​ກວ່າ​ໝູ່​ແລະ​ຈະ​ໄປ​ທາງ​ໃດ, ​ເພີ່ມ​ພາຫະນະ​ຂົນ​ສົ່ງ ​ເຊັ່ນ ລົດ​ແລະ​ກ່ຳ​ປັ່ນ​ເປັນ​ຕົ້ນ​ຢ່າງ​ເໝາະ​ສົມ, ສະ​ຖາ​ນີ​ທີ່​ມີ​ເງື່ອນ​ໄຂ ຕ້ອງ​ເປີດ​ການ​ບໍລິການຂະ​ບວນລົດ​ສະ​ເພາະ​ນັກ​ຮຽນ​ນັກ​ສຶກ​ສາ​ແລະ​ຊາວ​ກະ​ສິກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ; ຕ້ອງ​ປະກາດ​ສະພາບ​ອາ​ກາດ ສະ​ພາບ​ເສັ້ນ​ທາງ​ຕໍ່​ທົ່ວ​ສັງ​ຄົມ​ຢ່າງ​ທັນ​ການ, ​ໃຫ້​ຜູ້​ໂດຍສານ​ສາມາດ​ຄັດເລືອກ​ແລະ​ປ່ຽນ​ແປງ​ວິ​ທີ​ແລະ​ເວ​ລາ​ອອກ​ເດີນ​ທາງຢ່າງ​ເໝາະ​ສົມ; ​ໃນ​ຂະນະ​ທີ່​ຮັບປະກັນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ນັ້ນ, ກໍ​ຮັບ​ປະ​ກັນ​ການ​ຂົນ​ສົ່ງ​​ເຄື່ອງ​ໃຊ້​ປະຈຳ​ວັນແລະ​ວັດ​ສະ​ດຸ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ທຳ​ມະ​ຊາດ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ປະສົບ​ໄພ.