ຕາມຂ່າວ CRI: ວັນທີ 10 ກຸມພານີ້, ທ່ານນາງຊີພີ ລິບນີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິສຣາແອນກ່າວວ່າ, ອິສຣາແອນຈະບໍ່ເຫັນດີສ້າງຕັ້ງປະເທດປາເລັສຕິນທີ່ກວມເອົາເຂດກາຊາ ເຊິ່ງແມ່ນກຸ່ມຮາມັສຄວບຄຸມ, ເວັ້ນເສຍແຕ່ເຂດກາຊາບໍ່ເກີດການຫຼອນໂຈມຕີກໍ່ການຮ້າຍທີ່ແນໃສ່ອິສຣາແອນອີກ.
ໃນມື້ນັ້ນ ທ່ານນາງຊີພີ ລິບນີໄດ້ກ່າວຢູ່ທີ່ເຢຣູຊາເລັມວ່າ, ວັນທີ 9 ກຸມພານີ້ ຢູ່ເຂດກາຊາ, ກອງປະກອບອາວຸດປາເລັສຕິນໄດ້ຍິງຈະຫຼວດໂຈມຕີອິສຣາແອນ ພາໃຫ້ເດັກນ້ອຍອິສຣາແອນຖືກບາດເຈັບ, ນີ້ແມ່ນເຫດການລອບສັງຫານທີ່ວາງແຜນມາກ່ອນ. ທ່ານນາງລີບນີກ່າວວ່າ, ບໍ່ມີສາເຫດໃດໆສາມາດແກ້ຕົວໃຫ້ແກ່ການກະທຳກໍ່ການຮ້າຍ, ຊູ່ມື້ນີ້ ເຂດກາຊາໄດ້ກາຍເປັນບັນຫາໃຫຍ່ທີ່ທຸກໆຄົນທີ່ສະແຫວງຫາສັນຕິພາບຕ້ອງປະເຊີນ, ສະນັ້ນ ເຂດດັ່ງກ່າວຈະບໍ່ສາມາດກາຍເປັນພາກສ່ວນໜຶ່ງຂອງປະເທດປາເລັສຕິນໄດ້ໃນອະນາຄົດຈົນເທົ່າໃດໆ.
ວັນທີ 9 ກຸມພານີ້ ກຸ່ມປະກອບອາວຸດປາເລັສຕິນໄດ້ຍິງຈະຫຼວດ 10 ກວ່າລູກໃສ່ເມືອງສະເດຣົດ ທາງພາກໃຕ້ອິສຣາແອນ, ພາໃຫ້ເດັກນ້ອຍສອງຄົນບາດເຈັບ, ໃນນັ້ນເດັກນ້ອຍຜູ້ໜຶ່ງຈຳຕ້ອງຕັດຂາຍ້ອນບາດເຈັບໜັກ.
|