ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-13 17:19:15    
ຈີນ​ເລີ່​ມດຳ​ເນີນ​ໂຄງການ​ອະ​ນຸ​ລັກ​ຖ້ຳ​ມໍ້​ກ່າວ​ເມືອງ​ຕຸ່ນ​ຫວງ ​ເຊິ່ງ​ເປັນ​ໂຄງ​ການ​​ໃຫຍ່​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ກຸມພາ​ນີ້, ​ເຈົ້າໜ້າ​ທີ່ພະ​ແນ​ກວັດຖຸບູ​ຮານ​ແຂວງ​ກ່ານ​ຊູ້​ຂອງ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ, ຈີນ​ເລີ່​ມດຳ​ເນີນ​ໂຄງການ​ອະນຸລັກ​ຖ້ຳມໍ້​ກ່າວ​ເມືອງ​ຕຸ່ນ​ຫວງ ​ເຊິ່ງ​ເປັນ​ໂຄງການ​ອະນຸລັກ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດສາດ, ​ຈະໃຊ້​ງົບ​ປະ​ມານ​ 261 ລ້ານ​ຢວນ.

​ໂຄງການ​ອະນຸລັກ​ແລະ​ນຳ​ໃຊ້​ຖ້ຳມໍ້​ກ່າວ​ເມືອງ​ຕຸ່ນ​ຫວງ​ລວມທັງ​ສິ່ງ​ກໍ່ສ້າງ​ອະ​ນຸ​ລັກ​ແລະ​ນຳ​ໃຊ້ ປັບປຸງ​ຜາໃຫ້​ໝັ້ນຄົງ ປ້ອງກັນ​ລົມ​ແລະດິນ​ຊາຍ​ ​ແລະປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ອື່ນໆ. ​ໃນ​ນັ້ນ ພາຍຫຼັງສິ່ງ​ກໍ່ສ້າງ​ອະນຸລັກ​ແລະ​ນຳ​ໃຊ້ສ້າງ​ສຳ​ເລັດ​ແລ້ວ, ຈະ​ເຄື່ອນ​ຍ້າຍ​ວັດ​ຖຸ​ບູ​ຮານ​ອອກ​ຈາກ​ຖ້ຳ, ຫຼຸດ​ເວລາ​ຂອງນັກ​ທ່ອງ​ທ່ຽວຢູ່​ໃນ​ຖ້ຳ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ການ​ອະນຸລັກ​ຖ້ຳມໍ້ກ່າວ​ກັບ​ການ​ນຳ​ໃຊ້​ຈາກ​ດ້ານກົກ​ຮາກ.

​ເມືອງ​ຕຸ່ນ​ຫວງ​ຕັ້ງຢູ່​ແຂວງ​ກ່ານ​ຊູ້ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ, ນັບ​ແຕ່​ສະ​ຕະ​ວັດ​ທີ 4 ​ເປັນຕົ້ນມາ, ຢູ່​ເມືອງ​ຕຸ່ນ​ຫວງ​ໄດ້​ເລີ່​ມຂຸດ​ຖ້ຳສະຫຼັກ​ພະພຸດທະ​ຮູບ​ຢ່າງ​ຕໍ່​ເນື່ອງ. ປັດ​ຈຸ​ບັນ ຖ້ຳມໍ້​ກ່າວໃນ​ເມືອງ​ຕຸ່ນ​ຫວງ​ມີ​ 735 ຖ້ຳ, ມີ​ຮູບປັ້ນພະ​ພຸດ​ທະ​ເຈົ້າ​ສີ 2000 ກວ່າ​ອົງ, ຮູບ​ແຕ້ມ​​ຝາ​ພະໜັງ 4 ໝື່ນ 5000 ຕາ​ແມັດ, ​ເມື່ອ​ປີ 1987 ​ໄດ້ຖືກຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະນະທຳ​ໂລກ.