ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-13 18:26:56    
ຈີນ​ລາວ​ຕົກລົງ​ກັນ​ຂ້າມ​ຊາຍ​ແດນ​ອະ​ນຸ​ລັກ​ຊ້າງ​ອາ​ຊີ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ຢູ່​ເມືອງ​ຫຼ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ຈີນ, ຈີນ​ລາວ​ໄດ້​​​ເຊັນ​ສັນຍາ​ຮ່ວມ​ມື 4 ສະບັບ ​ເຊັ່ນ ການ​ຂ້າມ​ຊາຍ​ແດນ​ອະ​ນຸ​ລັກ​ຊ້າງ​ອາຊີ ​ແລະ​ການ​​ແລກປ່ຽນຮ່ວມ​ມື​ໃນ​ປີ 2008​ ເປັນຕົ້ນ.

ພະ​ແນ​ກປ່າ​ໄມ້​ແຂວງ​ຢຸນນານ​ແນະນຳ​ວ່າ, ສັນຍາ​ຮ່ວມ​ມື 4 ສະບັບ​ນີ້​ລວມ​ທັງ: ສືບ​ຕໍ່​ເພີ່ມ​ທະວີ​ການ​ໂຄສະນາສຶກສາ​​ໃຫ້ປະຊາຊົນ​ທີ່ຢູ່​ຕາມ​ຊາຍ​ແດນມີ​ສະຕິ​ອະນຸລັກ​ຊ້າງ​ອາ​ຊີ, ຊຸກ​ຍູ້​ໃຫ້​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ; ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ປືນ​ແລະ​ເຄື່ອງ​ມືລ່າ​​ເນື້ອ​ຢູ່​ຕາມ​ຊາຍ​ແດນ, ປ້ອງ​ກັນບໍ່​ໃຫ້​ໃຊ້​ປືນ​​ແລະ​ເຄື່ອງ​ມື​ລ່າ​ເນື້ອ​ມາຂ້າ​ຊ້າງ​ອາຊີ​ແລະ​ສັດປ່າ​ອື່ນໆ​ຕາມ​ລຳພັງ​ໃຈ; ຮ່ວມ​ກັນ​ຮ້ອງ​ຂໍ​ທຶນ​ຊ່ວຍ​ເຫຼືອ​ນຳ​ອົງ​ການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ; ​ຕົກລົງ​ຈະ​ຈັດ​ "ກອງ​ປະຊຸມ​ອະນຸລັກ​ຊ້າງ​ອາ​ຊີ​ລະ​ຫວ່າງ​ຈີນ​ລາວ​ 2008" ຢູ່​ລາວ.