ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-14 17:44:18    
ເຈົ້າຟ້າ​ຍິງ​ສິຣິນທອນ​ຂອງ​ໄທ​ຊົງ​ມອບ​ໃບ​ປະ​ກາດ​ສະ​ນີ​ຍະ​ບັດ​ປະ​ລິນ​ຍາ​ເອກ​ກິດ​ຕິ​ມະ​ສັກ​ໃຫ້​​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ

cri Author: lm

ຕາມ​ຂ່າວສານ​ຈີນ: ວັນ​ທີ 13 ກຸມພາ​ນີ້, ​ເຈົ້າຟ້າ​ຍິງ​ມະຫາ​ຈັກກຣີ ສິລິ​ນທອນ​ຂອງ​ໄທ​ໄດ້​ຊົງ​ມອບ​ໃບ​ປະກາດ​ສະ​ນີຍະ​ບັດ​ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ "ການ​ເມືອງ​ສາ​ກົນ​ວິ​ທະ​ຍາ" ​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລລາ​ມຄຳ​ແຫງ​ອອກ​ໃຫ້​ນັ້ນ ​ໃຫ້ທ່ານ​ຈ່າງ​ຈິວ​ຫວນ ​ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະຈຳ​ປະ​ເທດ​ໄທ, ​ເພື່ອ​ຍ້ອງຍໍ​ທ່ານ​ມີ​ລະດັບ​ສູງ​ໃນ​ດ້ານ​ທິດ​ສະ​ດີກາ​ນ​ເມືອງ​ສາ​ກົນ​ແລະ​ດຳ​ເນີນພຶດຕິ​ກຳ​ອັນ​ບັງ​ເກີດ​ຜົນ, ​ແລະ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະຫວ່າງ​​ໄທ​ຈີນ​ໃຫ້​ຂະຫຍາຍຕົວ.

ວັນ​ທີ 2 ກຸມພາ​ນີ້ ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ສຸລະ​ກຽດ ນາຍົກລັດຖະ​ມົນ​ຕີ​ໄທ​ໄດ້​ຕາງ​ໜ້າ​ເຈົ້າຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ ມອບ "ຫຼຽນ​ໄຊ​ມົງກຸດ​ໄທ​ຊັ້ນ​ພິ​ເສດ" ​ໃຫ້​ທ່ານ​ຈ່າງ​ຈິ​ວຫວນ, ​ເພື່ອ​ຍ້ອງຍໍ​ທ່ານ​ໄດ້​ປະກອບສ່ວນ​ອັນ​ລ້ຳ​ເລີດ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງແລະຮ່ວມ​ມືລະ​ຫວ່າງ​ໄທ​ຈີນ.